ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 16:36:38    
ທ່ານ​ອັບ​ບາສ໌​ຮຽກ​ຮ້ອງ​​ໃຫ້​ອິສຣາ​ແອນ​ເຈ​ລະ​ຈາ​ກັບ​ຝ່າຍ​ປາ​ເລັສຕິນ​ອີກ

cri

ຕາມ​ຂ່າວcri:ວັນ​ທີ15​ພຶ​ດສະພາ,ທ່ານ​ອັບ​ບາສ໌ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິທີ່​ໄປ​ຢ້ຽມຢາມຣັດ​ເຊຍ​ໄດ້ຮຽກvຮ້ອງ​​ໃຫ້​ລັດຖະບານ​ຊຸດ​ໃໝ່ຂອງ​ອິສຣາ​ແອນ​ຟື້ນການ​ຟູເຈລະຈາ​ກັບ​ຝ່າຍ​ປາ​ເລັສຕິ​ນອີກ​,​ແລະ​ກ່າວ​ວ່າການ​ເຈລະຈາ​ແມ່ນ​ຊ່ອງ​ທາງທີ່​ບັງ​ເກີດ​ຜົນພຽງ​ອັນ​ດຽວ​ທີ່​​ແກ້​ໄຂການ​ປະ​ທະ​ກັນ.

ມື້​ດຽວ​ກັນ,ໃນ​ເວລາ​ພົບ​ປະກັບ​ທ່ານ​ປູ​ຕິນ ປະ​ທາ​ນາ​ທິບໍດີຣັດ​ເຊຍຢູ່​ໂຊ​ຊີ ​ເມືອງ​ພາກ​ໃຕ້​ຂອງຣັດ​ເຊຍ,ທ່ານ​ອັບບ​າສ໌ກ່າວ​ວ່າ,ປາ​ເລັສຕິນ​ແມ່ນ​ໝູ່​ເພື່ອນ​ຂອງ​ອິສຣາ​ແອນ,ຝ່າຍ​ປາ​ເລັສຕິນ​ເຊື່ອ​ວ່າ​ໂດຍ​ຜ່ານ​ຈາກ​ຮູບ​ການ​ເຈລະຈາ​ສັນຕິ​ພາບຈະ​ສາມາດ​ຊອກພົບ​ແຜນ​ການແກ້​ໄຂ​ທີ່​ສອງ​ຝ່າຍລ້ວນ​​ແຕ່​​ເພິ່ງ​ພໍ​ໃຈ​.ແຜນການ"​ແຜນ​ທີ່"​ເສັ້ນທາງສັນຕິພາບ​ຕາ​ເວັນ​ອອກ​ກາງຍັງ​ມີ​ຜົນ​ສັກສິດ​,ນີ້​ແມ່ນ​ແຜນການ​ສຳຄັນ​ແຫ່ງ​ການແກ້​ໄຂ​ການ​ປະ​ທະ​ກັນ.

ໂດຍ​ແນ​ໃສ່ການສະ​ແດງທ່າ​ທີ​ຂອງທ່ານ​ອັບບາສ໌,ມື້​ດຽວ​ກັນ,ລັດຖະບານ​ອິສຣາ​ແອນ​ກ່າວ​ວ່າ,ກ່ອນ​ອົງການ​ຮາ​ມາສ໌ຮັບ​ຮອງ​ອິສຣາ​ແອນ,ອິສຣາ​ແອນ​ຈະ​ບໍ່​ ​ເຈລະຈາ​ສັນຕິ​ພາບຄືນ​ໃໝ່.ມື້​ດຽວ​ກັນ,ອົງການ​ຮາ​ມາສ໌ກໍ່​ໄດ້​ປະຕິ​ເສດ​​ຄຳຮ​ຽກຮ້ອງ​ຂອງ​ທ່ານ​ອັບ​ບາສ໌,ກ່າວ​ວ່າ​ຈະ​ບໍ່​ຮັບ​ເອົາຖ້ອຍ​ຄວາມ​ໃດໆ​ທີ່​ປະ​ລະການ​ຕໍ່ຕ້ານ.