ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 16:53:00    
ທະນາຄານ​ໃຫຍ່​ທີ​ສາມ​ຂອງ​ອິສ​ຣາ​ແອນ​ຕົກ​ລົງ​ຢຸດຕິ​ການ​ໄປມາ​ຫາ​ສູ່​ກັນ​ທາງ​ການ​ທະນາຄານ​ກັບປາ​ເລັສ​ຕີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ພຶດສະພາ, ທະນາຄານ​ເດັສຄອນ​ອິສຣາ​ແອນ ​ເຊິ່ງ​ເປັນ​ທະນາຄານ​ໃຫຍ່​ທີ​ສາມ​ຂອງ​ອິສຣາ​ແອນ​ປະກາດ​ວ່າ, ຈະ​ຢຸດຕິ​ການ​ໄປມາຫາ​ສູ່​ກັນ​ທາງ​ການ​ທະນາຄານ​ກັບ​ທະນາຄານ​​ໝົດທຸກ​ແຫ່ງ​ພາຍ​ໃນ​ແດນ​ປາ​ເລັສຕີນ.

ເຈົ້າໜ້າ​ທີ່​ຂອງ​ທະນາຄານ​ດັ່ງກ່າວ​ອະທິບາຍ​ວ່າ, ທາງທະນາຄານ​ທຳ​ການ​ຕົກລົງ​ດັ່ງກ່າວ​ນີ້, ​ແມ່ນ​ຍ້ອນ​​ໄດ້ພິຈາລະນາ​ວ່າ ຖ້າ​ສືບ​ຕໍ່​ໄປມາຫາ​ສູ່​ກັນ​ກັບ​ທະນາຄານ​ປາ​ເລັສຕີນ, ອາດ​ຈະ​ຂັດ​ກັບ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ຂອງ​ກົດໝາຍ​ຕ້ານ​ການກໍ່​ການ​ຮ້າຍຂອງ​ອິສຣາ​ແອນ.

ພາຍຫຼັງລັດຖະບານ​ຊຸດ​ໃ​ໝ່ຂອງ​ປາ​ເລັສຕີນ​ທີ່​ນຳ​ໂດຍ​ອົງການ​ຮາ​ມັສ ຂະ​ບວນການອິສຣາ​ມ​ຕໍ່ຕ້ານຂອງປາ​ເລັສຕີນ​ດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມີນາ​ແລ້ວ, ທະນາຄານ​ກຳມະກອນ ກຸ່ມ​ທະນາຄານ​ໃຫຍ່​ກວ່າ​ໝູ່​ພາຍ​ໃນ​ປະ​ເທດອິສຣາ​ແອນ​ກໍ​ໄດ້​ປະກາດ​ຢຸດຕິ​ການ​ໄປມາຫາ​ສູ່​ກັນ​ທາງ​ການ​ທະນາຄານ​ທັງ​ໝົດ​ກັບ​ຝ່າຍ​ປາ​ເລັສຕີນ​ໃນຕົ້ນ​ເດືອນ​​ເມສາ.