ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 20:53:14    
ທ່ານ​ອູ​ປາງ​ໂກ​ກ່າວ​ສະ​ແດງ​ວ່າ ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ເຮັດ​ໂຄງ​ການ​ໃຫຍ່​ຈະ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ລູມາ​ນີ

cri Author: da


ທ່ານອູປາງໂກເດີນທາງໄປຮອດລູມານີ

ຕາມ​ຂ່າວCRI:ວັນ​ທີ 18 ພຶດສະພາ ຢູ່ບຸ​ຍກາ​​ແລັດ ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມຢູ່ລູມາ​ນີກ່າ​ວວ່າ,ການ​ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ຮ່ວມ​ມື​ກັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ກັນ​ເຮັດ​ໂຄງການ​ໃຫຍ່​ທີ່​ຊັກ​ນຳພາ​ກສ່ວນ​ທັງ​ໝົດ,​ແມ່ນ​ຫົວ​ຂໍ້​ສຳຄັນ​ໃນ​ການ​ຍົກ​ຄຸນ​ນະພາ​ບ​ແລະ​ລະດັບ​ຂອງ​ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລູມາ​ນີ.


ທ່ານ​ອູ​ປາງ​ໂກ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ງານ​ສຳ​ມະ​ນາ​ເສດຖະກິດ​ການ​ຄ້າ​ຈີນ​ລູມາ​ນີ.ຂະນະ​ດຽວ​ກັນ​ນີ້,ທ່ານ​ຊີ້​ອອກ​ວ່າ,ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ບັນຫາ​ຄ້າງ​ຄາ​ຢູ່​ຄືການ​ຄ້າ​ບໍ່​ສົມ​ດຸນກັນ,ການ​ຮ່ວມ​ມື​ລະຫວ່າງວິ​ສາ​ຫະກິດຂ້ອນ​ຂ້າງ​ອ່ອນ​ແອ​ແລະ​ຂາດ​ການຄ້ຳປະກັນ​ຂອງ​ໂຄງການ​ໃຫຍ່.ທ່ານຫວັງ​ໃຫ້​ວົງ​ການວິສາ​ຫະກິດຂອງ​ສອງ​ປະ​ເທດຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ.

ທ່ານ​ອູ​ປາງ​ໂກ​ກ່າວ​ເນັ້ນວ່າ,ລັດຖະບານ​ຈີນ​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ໃຫຍ່​​ແລະ​ກຸ່ມ​ໃຫຍ່ທີ່​ມີ​ກຳລັງ​ແຮງ​ແລະ​ມີ​ຄວາມ​ສັດທາ​ດີ​ໄປ​ລົງທຶນທຸລະ​ກິດ​ຢູ່​ລູມາ​ນີ,ທັງ​ຊົມ​ເຊີຍ​ນັກ​ທຸລະ​ກິດ​ລູມາ​ນີມາ​ທຸລະ​ກິດ​ຢູ່​ຈີນ.ທ່ານ​ຍັງ​ຫວັງ​ໃຫ້​ຄະນະ​ກຳມະການ​ປະສົມ​ເສດຖະກິດ​ການ​ຄ້າ​ຈີນ​ລູມາ​ນີປະສານ​ງານ​ແລະ​ຊຳ​ລະ​ແກ້​ໄຂ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ທັນ​ການ,ອຳນວຍ​ຄວາມ​ສະດວກ​ຍິ່ງ​ຫຼາຍ​ໃຫ້​ແກ່​ກາ​ນຮ່ວມ​ມື​ກັນ​ລະຫວ່າງ​ວິ​ສາ​ຫະກິດ.

​ເຈົ້າໜ້າ​ທີ່​ພາກສ່ວນລັດຖະບານ​ແລະ​ບຸກຄົນ​ວົງ​ການ​ອຸດ​ສາ​ຫະກຳ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ປະມານ 600 ຄົນ​ໄດ້​ເຂົ້າຮ່ວມ​ງານ​ສຳ​ມະ​ນາດັ່ງກ່າວ.

ກ່ອນ​ງານ​ສຳມະ​ນາ,ທ່ານ​ອູ​ປາງ​ໂກ​ຍັງ​ໄດ້​ພົບ​ປະ​ປະທານ​ສອງ​ສະພາ​ລູມາ​ນີ,​ແລກປ່ຽນ​ຄວາມ​ເຫັນ​ຕື່ມ​ກ່ຽວ​ກັບ​ການຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ສອງ​ປະ​ເທດ​ເປັນຕົ້ນ.