ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 17:44:39    
ຂ່າວ​ສານ​ມາ​ເລ​​ເຊຍ​ຕັ້ງ​ສາ​ຂາ​ຢູ່​ປັກ​ກິ່ງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 18 ພຶດສະພາ ຢູ່​ກົວ​ລາ​ລຳ​ເປີ ຂ່າວສານ​ມາ​ເລ​ເຊຍ​ກ່າວ​ວ່າ,ຂ່າວສານ​ດັ່ງກ່າວໄດ້​ຕັ້ງສາຂາ​ຢູ່​ປັກ​ກິ່ງຂອງ​ຈີນ​ແລ້ວ,ນີ້​ແມ່ນ​ບາດກ້າວ​ສຳຄັນ​ທີ່ຂ່າວສານ​ມາ​ເລ​ເຊຍວາງ​ແຜນ​ສ້າງ​ຕົນເປັນ​ຂ່າວສານ​ສາກົນ.

ທ່ານ​ໄຊ​ອິດ ຈາ​ມີ​ເລ ຈາ​ຟາ ຫົວໜ້າ​ຂ່າວສານ​ມາ​ເລ​ເຊຍ​ກ່າວ​ວ່າ,ຂ່າວສານ​ມາ​ເລ​ເຊຍ​ຕັ້ງສາຂາ​ຢູ່​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຂ່າວສານ​ມາ​ເລ​ເຊຍ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ແຈ້ງ​ຂ່າວ​ຈີນ​ແລະ​ຕະຫຼາດ​ຈີນ​ອັນ​ມະຫາສານ,ຂ່າວສານ​ມາ​ເລ​ເຊຍ​ຫວັງ​ຜ່ານ​ການ​ຕັ້ງສາຂາ​ຢູ່​ຈີນ,​ເພີ່ມ​ທະວີ​ການ​ແຈ້ງ​ຂ່າວ​ກ່ຽວ​ກັບ​ຈີນ,ຮັບ​ໃຊ້​ລູກຄ້າ​ໃນ​ດ້ານ​ນີ້ໃຫ້​ດີ​ກວ່າ​ເກົ່າ.

ທ່ານ​ວັງ​ຊຸນ​ກຸ້ຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ໄດ້​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ຂ່າວສານ​ມາ​ເລ​ເຊຍ​ຕັ້ງສາຂາ​ຢູ່​​ປັກ​ກິ່ງ.ທ່ານ​ເຊື່ອ​ວ່າ,ຂ່າວສານ​ມາ​ເລ​​ເຊຍ​ແຈ້ງ​ຂ່າວ​ຈາກ​ປັກ​ກິ່ງ,ຈະຊ່ອຍ​ຊຸກຍູ້​ການ​ຂະຫຍາ​ຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຊ່ອຍປະຊາຊົນ​ທັງ​ສອງ​ປະ​ເທດ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​​ຢ່າງດີກວ່າ​ເກົ່າ.