ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 20:36:07    
ຈີນ​ກັບ​ໄທ​ເຊັນ​ບົດ​ບັນ​ທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍຸ​ໂທ​ລະ​ພາບ

cri Author: da
ຕາມ​ຂ່າວCRI:ວັນ​ທີ 19 ພຶດສະພາ ຢູ່​ບາງກອກ ທ່ານ​ເລີຍ​ຢວນລ້ຽງ ຮອງ​ຫົວໜ້າ​ກົມ​ໃຫຍ່ວິທະຍຸ​ຮູບ​ເງົາ​ໂທລະພາບ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຢູ່​ໄທ​ກັບຜູ້ອຳນວຍການ​ໃຫຍ່​ອົງການ​ສື່ມວນຊົນ​ໄທ​ໄດ້​ເຊັນ"ບົດ​ບັນທຶກຊ່ອຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ແລກປ່ຽນ​ກັນ​ດ້ານວິທະຍຸ​ໂທລະພາບ​ຂອງ​ສອງ​ປະ​ເທດ.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ດ້ານ​ວິທະຍຸ​ໂທລະພາບ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ລົງສູ່ລວງ​ເລິກຕື່ມ​ອີກ.

​ໃນ​ພິທີ​ລົງ​ນາມ ທ່ານ​​ເລີຍ​ຢວນລ້ຽງ​ກ່າວ​ຄຳ​ປາ​ໄສ​ວ່າ,ຈີນ​ໄທ​ມີພູມ​ພາກ​ແລະ​ວັດທະນະທຳ​ຄ້າຍຄື​ກັນ,ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສື່​ມວນ​ຊົນ​ດ້ານ​ວິທະຍຸຮູບ​ເງົາ​ໂທລະພາບຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນລະຫວ່າງ​ສອງ​ປະ​ເທດ ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດທະນະທຳ​ແລະ​ຊຸກຍູ້​ໃຫ້​ພາກ​ພື້ນ​ຫັນ​ເປັນ​ເອກະ​ພົບ​ດຽວ,​ເຊື່ອ​ວ່າການ​ເຊັນ"ບົດ​ບັນທຶກ​ຊ່ອຍ​ຈຳ"ສະບັບ​ດັ່ງກ່າວຈະ​ສ້າງ​ພື້ນຖານອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສອງ​ຝ່າຍ​ເປີດ​ກວ້າງ​ຂົງ​ເຂດ​ແລກປ່ຽນ​ແລະ​ເຮັດ​ໃຫ້​ເນື້ອ​ໃນ​ການ​ຮ່ວມ​ມື​ອຸດົມສົມບູນ​ຂຶ້ນ​ຕື່ມ​ອີກ.

ຄະນະ​ຜູ້​ແທນ​ວິທະຍຸ​ໂທລະພາບ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ບາງກອກ​ໃນ​ຕອນ​ຂ້ອນ​​ແຈ້ງ​ວັນ​ທີ 19 ພຶດສະພາ,​ເລີ່​ມຢ້ຽມຢາມ​ພາກສ່ວນ​ວິທະຍຸ​ໂທລະພາບ​ຂອງ​ໄທ​ເປັນ​ເວລາ​ສອງ​ມື້.ມື້​ດຽວ​ກັນ,ຄະນະ​ຜູ້​ແທນ​ໄດ້​ເຂົ້າຢຽມຄ່ຳ​ນັບລັດຖະມົນຕີ​ທຳນຽບນາຍົກລັດຖະມົນຕີ​ໄທ,​ແລະ​ຢ້ຽມຢາມສະຖານີ​ວິທະຍຸ​ໄທ ກົມ​ຖະ​ແຫຼ​ງຂ່າວ​ແຫ່ງ​ຊາດ​ໄທ​ແລະໂທລະພາບ​ຊ່ອງ 11 ຂອງ​ໄທ,​ໄດ້ສຳ​ຫຼວດສະພາບ​ໝູນ​ເດີນ​ຂອງ​ລະບົບ​ວິທະຍຸ​​ໂທລະພາບ​ຂອງ​ໄທ.