ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 18:17:33    
ປະທານ​ປະ​ເທດ​ຫວຽດ​ນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່ຊ່ອຍ​ກອບ​ກູ້​ຊາວ​ປະມົງ​ຜູ້​ປະ​ສົບ​ໄພ​ຂອງ​ຫວຽດ​ນາມ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 22 ພຶດສະພາ, ທ່ານ​ເຈີ​ນ​ດຶກ​ເລື່ອງ ປະທານ​ປະ​ເທດ​ຫວຽດນາມ​ໄດ້​ຝາກ​ໂທລະ​ເລກ​ມາ​ຍັງ​ທ່ານ​ຫູ​ຈິນທ່າວ ປະ​ທານ​ປະ​ເທດ​ຈີນ, ​ເພື່ອສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້ຊ່ອຍ​ກອບ​ກູ້​ຊາວ​ປະມົງ​ຫວຽດນາມ​ທີ່​ຖືກ​ລົມໄຕ້ຟຸ່ມ​"ຈັນ​ຈູ"ຫຼອນ​ໂຈມ​ຕີນັ້ນຢ່າງ​ທັນ​ການ.

ວັນ​ທີ 19 ພຶດສະພາ, ສູນຊອກ​ຫາ​ແລະ​ກອບ​ກູ້​ເທິງ​ທະ​ເລ​ຈີນ​ໄດ້​ຮັບ​ໂທລະ​ເລກ​ຈາກ​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ, ​ຂໍ​ໃຫ້​ແຕ່ງ​ກ່ຳ​ປັ່ນ​ໄປ​ເຂດ​ທະ​ເລ​ມໍ່​ເກາະ​ຕົ່ງ​ຊາ ​ເພື່ອກອບ​ກູ້​ຊາວ​ປະມົງ​ຫວຽດນາມທີ່​ປະສົບ​ຄວາມ​ອັນຕະລາຍ​ໃນ​ລົມ​ໄຕ້​ຝຸ່ນ"ຈັນ​ຈູ". ສູນດັ່ງກ່າວໄດ້ດຳ​ເນີນ​ການກອບ​ກູ້​ໃນ​ທັນທີ. ນັບ​ມາ​ຮອດ​ຕອນ​ບ່າຍ 5 ​ໂມງ​ຂອງ​ວັນ​ທີ 22 ພຶດສະພາ, ກ່ຳ​ປັ່ນ​ກອບ​ກູ້​ໄດ້​ຊອກ​ເຫັນ​​ເຮືອ​ປະມົງ​ຫວຽດນາມ 22 ລຳ, ຊາວ​ປະມົງ 500 ຄົນ, ​​ແລະ​ສົບ 21 ຂອນ, ​ໄດ້​ກອບ​ກູ້​​ເຮືອ​ປະມົງ 15 ລຳ, ຊາວ​ປະມົງ 330 ຄົນ​.