ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 20:32:37    
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຫັນ​ດີ​ນຳ​ແຜນ​ການ​ອິສ​ຣາ​ແອນ​ຖອນ​ອອກ​ຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ພຶດສະພາ,ຢູ່​ວໍ​ຊີງ​ຕັນ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ເວົ້າ​ວ່າ,​ແຜນການ​ຖອນ​ອອກ​ຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ​ຕື່ມ​ອີກ​ທີ່​ທ່ານ​ໂອ​ເມີ​ດ ນາຍົກລັດຖະມົນຕີ​ອິສຣາ​ແດນ​ວາງ​ອອກ​ນັ້ນອາດ​ຈະ​ກາຍ​ເປັນບາດກ້າວ​ສຳຄັນ​​ແຫ່ງ​ການບັນລຸ​ສັນຕິພາບຕາ​ເວັນ​ອອກ​ກາງ​.

ມື້​ດຽວ​ກັນ,ທ່ານ​ບຸ​ສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ຮ່ວມ​ ຫຼັງ​ຈາກ​​ພົບ​ປະ​​ທ່ານ​ໂອ​ເມີດ​ທີ່​​ໄປ​ຢາມ.ພ້ອມ​ກັນ​ນັ້ນ,ທ່ານ​ກ່າວ​ລື້​ມວ່າ,ອິສຣາ​ແອນ​​ກັບປາ​ເລັສຕິນຄວນຜ່ານ​ຈາກ​​ເຈ​ລະ​ຈາ​ກັນມາ​ຊຸກ​ຍູ້​ຂະ​ບວນວິວັດສັນຕິພາບ​ຕາ​ເວັນ​ອອກ​ກາງ​​.

ທ່ານ​ໂອ​ເມີດ​ກ່າວ​ວ່າ,ທ່ານ​ຈະ​ເຈລະຈາ​ກັບ​ທ່ານ​ອັບ​ບາສ໌ ປະທານອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໃນ​ໄວໆ​ນີ້.ທ່ານ​ກ່າວ​ລື້​ມວ່າ,ຖ້າ​ອິສຣາ​ແອນ​ໄດ້​ຂໍ້​ສະຫຼຸບສຸດ​ທ້າຍ​ວ່າ​ບໍ່​ສາມາດ​ຜ່ານ​ຈາກ​ການ​ເຈລະຈາ​ມາ​ປະຕິບັດ​ແຜນການ"​ແຜນ​ທີ່"​ເສັ້ນທາງສັນຕິພາບ​ຕາ​ເວັນ​ອອກ​ກາງ​,ຝ່າຍ​ອິສຣາ​ແອນ​ກໍ່​ຈະ​ສະ​ແຫວງ​ຫາ​ຊ່ອງ​ທາງ​ອື່ນມາຂີດ​ແບ່ງ​ຊາຍ​ແດນ​ລະຫວ່າງປາ​​ເລັສຕິນ​ກັຍອິສຣາ​ແອນ,ພ້ອມ​ກັນ​ນັ້ນ​ຈະ​ອະນຸຍາດ​​ໃຫ້ຊາວ​ປາ​ເລັສຕິນສ້າງ​ຕັ້ງ​ປະ​ເທດຂອງ​ຕົນ.ພ້ອມ​ກັນ​ນັ້ນ,ທ່ານ​ໂອ​ເມີດ​ກ່າວ​ວ່າ,ຖ້າ​ອົງການ​ຮາ​ມາສສາມາດ​ຮັບຮອງ​ອິສຣາ​ແອນ​ແລະ​ປະລະ​ການໃຊ້​ກຳລັງ​ອາວຸດ,ອິສຣາ​ແອນ​ກໍ່​ຈະ​ກາຍ​ເປັນຄູ່​ຂາສັນຕິພາບ​ຂອງ​ປາ​ເລັສຕິນ.