ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 18:51:42    
ການ​ຫາລື​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ​ອາ​ຊຽນ​ຈະ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ໃນ​ອາ​ທິດ​ໜ້າ

cri Author: mo
ຕາມ​ຂ່າວCRI: ການ​ປຶກສາ​ຫາລື​ກັນ​ລະຫວ່າງ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຈີນ​ອາຊຽນຄັ້ງທີ 12 ຈະ​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 30 ພຶດສະພາ. ທ່ານອູ​ຕ້າ​ເວີຍ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ​ແລະຮອງ​ລັດຖະມົນຕີການ​ຕ່າງປະ​ເທດທີ່​ກຳກັບວຽກ​ງານ​ຂອງ 10 ປະ​ເທດ​ອາຊຽນພ້ອມ​ດ້ວຍ​ເລຂາທິການ​ໃຫຍ່​ອາ​ຊຽນຈະ​ເຂົ້າຮ່ວມ​ກອງ​ປະຊຸມ.

ການ​ປຶກສາ​ຫາລື​​ລະຫວ່າງເຈົ້າໜ້າ​ທີ່​ອາວຸ​ໂສ​ຈີນ​ອາ​ຊຽນ​ແມ່ນ​ກົນ​ໄກ​ປຶກສາ​ຫາລື​ປະຈຳ​ປີ​ທີ່ສຳຄັນ​ຂອງສອງ​ຝ່າຍ, ​ຜັນ​ປ່ຽນ​ກັນ​ຈັດ​ຂຶ້ນຢູ່​ຈີນ​ແລະ​ປະ​ເທດ​ອາຊຽນ, ມີ​ວັດຖຸ​ປະສົງ​​​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍພ້ອມ​ດ້ວຍບັນຫາ​ສາກົນ​ແລະ​ພາກ​ພື້ນ, ປະສານຫຼັກໝັ້ນ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ. ປີ​ນີ້​ແມ່ນ​ຈີນ​ອາຊຽນສ້າງ​ການ​ພົວພັນ​ສົນທະນາ​ຄອບ​ຮອບ 15 ປີ​ແລະ​ປີ​ຮ່ວມ​ມື​ໄມຕີ​ຈິດ​ຈີນ​ອາ​ຊຽນ, ຝ່າຍ​ຈີນ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາ​ຊຽນຢູ່​ນານ​ນິງ​ເຂດ​ກວາງຊີ​ໃນ​ທ້າຍ​ເດືອນ​ຕຸລາ.