ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-27 18:59:53    
ທ່ານ​ໂລ​ມູຮູນ​ຫວັງ​ໃຫ້​ສ.​ເກົາ​ຫຼີ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ພຶດສະພາ ຢູ່​ທຳນຽບ​ປະທານາທິບໍດີເຊ​ກາ​ໄຕ,ທ່ານ​ໂລ​ມູຮູ​ນ ປະທານາທິບໍດີ​ສ.​ເກົາຫຼີ​​​ໄດ້​ພົບ​ປະ​ທ່ານ​ໂປ​ສີ່​ໄລ ລັດຖະມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​,ທ່ານ​​ໂລ​ມູຮູ​ນເວົ້າວ່າ,​ເສດຖະກິດ​ຈີນ​ພັດທະນາ​ໄວວາ,ການ​ພົວພັນ​ລະຫວ່າງ​ສ.​ເກົາຫຼີ​ກັບ​ຈີນມີໄມຕີ​ຈິດຕໍ່​ກັນ,ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຕື່ມ​ອີກ.

ທ່ານ​​ໂລ​ມູຮູ​ນ​ເວົ້າວ່າ,​ເສດຖະກິດ​ຈີນ​ໄດ້ພັດທະນາ​ຢ່າ​ງບໍ່​ຢຸດ​ຢັ້ງ​ແລະ​​ໄຂ​ປະຕູໄປ​ສູ່​ໂລກນັ້ນ,​ແມ່ນ​ມີ​ຜົນ​ດີ​ຕໍ່ສ.​ເກົາຫຼີ,ທັງ​​ໄດ້​ອຳນວຍ​ໂອກາດ​ໃຫ້​ສ.​ເກົາຫຼີ.​ເວົ້າສຳ​ລັບ​ການ​ພັດທະນາ​ຂອງ​ຈີນ​ແລ້ວ,ຝ່າຍ​ສ.​ເກົາຫຼີ​ເຫັນ​ວ່າ​ແມ່ນ​ໂອກາດ​ແລະ​ການ​ທ້າທາຍ​ຢູ່​ນຳ​ກັນ.ຝ່າຍ​ສ.​ເກົາຫຼີ​ຈະ​ພະຍາຍາມ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ສະກັດ​ກັ້ນການ​ຂະຫຍາຍການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສ.​ເກົາຫຼີ​ກັບ​ຈີນ,ຊຸກຍູ້​ໃຫ້​ສອງ​ປະ​ເທດ​ລົງ​ເລິກ​ຮ່ວມ​ມືກັນ​ໃນ​ດ້ານ​ເສດຖະກິດ​ຕື່ມ​ອີກ​ເພື່ອ​ເຮັດ​ໃຫ້​​ໄດ້ຜົນ​ທັງ​ສອງ​ຝ່າຍ.

ທ່ານ​ໂປ​ສີ່​ໄລ​ເວົ້າວ່າ,ຕ້ອງ​ອີງ​ຕາມ​ຜົນຄົ້ນຄວ້າ​​ໄລຍະ​ກາງ​ແລະ​ໄກ​ຂອງການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນກັບສ.​ເກົາຫຼີ,ທັງ​ສອງ​ຝ່າຍລົງ​ເລິກ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກະສິກຳ ​ເຫຼັກ​ກ້າ ລົດຍົນ ສື່ສານ ຈໍລະ​ຈອນ ​ວິທະຍາສາດ​ເຕັກນິກ​ແລະ​ປະຢັດພະລັງງານອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ,ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ສະດວກ​ກວ່າ​ເກົ່າ.ປະຈຸ​ບັນ,ການ​ຄົ້ນຄວ້າ​ຂອງ​ປະຊາຊົນກ່ຽວ​ກັບ​​ເຂດ​ການ​ຄ້າ​ເສລີ​ຈີນ​ສ.​ເກົາຫຼີ​ແມ່ນ​ດຳ​ເນີນ​ຕໍ່​ມາຢ່າງ​ສະດວກ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ສ.​ເກົາຫຼີ​​ແລ​ກປ່ຽນ​ກັນ​ຕໍ່​ໄປ​ກ່ຽວ​ກັບ​ເລື່ອງ​ນີ້.