|
|
(GMT+08:00)
2006-05-27 20:50:25
|
ຜູ້ນຳລາວພົບປະຄະນະຜູ້ແທນມິດຕະພາບພັກກອມມູນິດຈີນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 26 ພຶດສະພາ ຢູ່ວຽງຈັນ ທ່ານສະໝານ ວິຍະເກດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດສປປລາວໄດ້ພົບປະທ່ານເຫີອີ້ທີງ ຮອງຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍຂອງສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະທີ່ເດີນທາງໄປຮອດວຽງຈັນໃນມື້ດຽວກັນ.ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງໆເຊັ່ນການພົວພັນໄມຕີຈິດລະຫວ່າງຈີນກັບລາວ.
ທ່ານສະໝານ ວິຍະເກດເວົ້າວ່າ,ການພົວພັນລາວຈີນແມ່ນສະໜິດແໜ້ນທີ່ສຸດ,ລາວຫວັງໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນແລະການຮ່ວມມືໃນທຸກດ້ານຕື່ມອີກ.
ທ່ານເຫີອີ້ທິງອວຍພອນໃຫ້ກອງປະຊຸມຄັ້ງທີ 8 ຂອງພັກປະຊາຊົນປະຕິວັດລາວໄດ້ຈັດຂຶ້ນຢ່າງສຳເລັດຜົນໃນເດືອນມີນາປີນີ້,ແລະສະແດງວ່າຍິນດີເພີ່ມທະວີການແລກປ່ຽນທາງທິດສະດີກ່ຽວກັບການສ້າງສາພັກແລະປົກຄອງລັດກັບຝ່າຍລາວ.
|
|
|