ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 20:42:28    
ກົນ​ໄກ​ພົບ​ປະ​ກັນ​ເປັນ​ປະ​ຈຳ​ລະ​ຫວ່າງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ

cri Author: min
ຕາມ​ຂ່າວCRI: ວັນ​ທີ 29 ພຶດສະພາ, ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ຄະນະ​ກຳມະການ​ການຮ່ວມ​ມືລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ​​ໄດ້ຈັດ​ຂຶ້ນ​ຢູ່​ມົສກູ, ນີ້​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ ກົນ​ໄກ​ພົບ​ປະ​ເປັນປະຈຳ​ລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກັບສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ​​ໄດ້ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ກົນ​ໄກ​ພົບ​ປະ​ດັ່ງກ່າວ​ແມ່ນ​ກົນ​ໄກ​ພົບ​ປະ​ເປັນ​ປະຈຳ​ຂັ້ນ​ສູງ​ສຸດ​ທີ່​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສ້າງ​ຕັ້ງ​ຂຶ້ນ​ກັບ​ສະພາ​ຕ່າງປະ​ເທດ​. ສອງຝ່າຍ​ຈະ​ແລກປ່ຽນ​ຄວາມ​ເຫັນກັນ​ກ່ຽວ​ກັບ​ການ​ປົວ​​ແປງ​ພື້ນຖານ​ກົດໝາຍ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບຣັດ​ເຊຍ​ໃຫ້​ສົມບູນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ນິຕິ​ບັນຍັດ​​ແລະ​ອື່ນໆ. ທ່ານ​ອູ​ປ່າງກົວ ປະທານຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ໂບຣິສ ກຼີສ໌​ໂລ​ຟ ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.