ນາຍົກລັດຖະມົນຕີປາເລັສຕີນທວງໃຫ້ຄົ້ນຄວ້າສັນຍາໃນຄຸກກ່ຽວກັບການສ້າງຕັ້ງປະເທດນັ້ນຄືນໃໝ່
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 2 ມິຖຸນາ, ຢູ່ທີ່ກາຊາ, ທ່ານຮາເນຢາ ນາຍົກລັດຖະມົນຕີຂອງລັດຖະບານປາເລັສຕີນປົກຄອງຕົນເອງໄດ້ກ່າວຄຳປາໄສ, ທວງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄົ້ນຄວ້າສັນຍາໃນຄຸກທີ່ສະແຫວງຫາການສ້າງຕັ້ງປະເທດປາເລັສຕີນໃນດິນແດນປາເລັສຕີນທີ່ຖືກຍຶດຄອງນັ້ນຄືນໃໝ່.
ທ່ານຮາເນຢາກ່າວວ່າ, ສັນຍາສະບັບນີ້ແມ່ນຜູ້ແທນຝ່າຍຕ່າງໆຂອງປາເລັສຕີນທີ່ຖືກກັກຂັງຢູ່ໃນຄຸກແຫ່ງໜຶ່ງຂອງອິສຣາແອນນັ້ນເຊັນກັນ, ບໍ່ມີລັກສະນະກວ້າງຂວາງ, ແລະສັນຍາດັ່ງກ່າວໄດ້ປົນເປບັນຫາການເມືອງກັບບັນຫາຍຸດທະສາດ.
ວັນທີ 11 ພຶດສະພາ, ຜູ້ນຳຝ່າຍຕ່າງໆຂອງປາເລັສຕີນທີ່ຖືກກັກຂັງຢູ່ໃນຄຸກອິສຣາແອນໄດ້ຮ່ວມກັນລົງນາມໃນສັນຍາສະບັບໜຶ່ງ, ຮຽກຮ້ອງໃຫ້ສ້າງຕັ້ງປະເທດປາເລັສຕີນຢູ່ດິນແດນປາເລັສຕີນທີ່ຖືກຍຶດຄອງໃນປີ 1967. ວັນທີ 25 ພຶດສະພາ, ທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕີນກ່າວວ່າ, ຖ້າບັນດາຝ່າຍບໍ່ສາມາດລົບລ້າງຄວາມເຫັນຂັດກັນດ້ານການເມືອງພາຍໃນ 10 ມື້, ທ່ານຈະຕົກລົງຈັດການປ່ອນບັດທົ່ວປວງຊົນຕໍ່ສັນຍາສະບັບນີ້.
|
|