ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-03 18:19:58    
ຮອງ​ນາຍົກລັດຖະ​ມົນຕີ​ຫວຽດ​ນາມ​ພົບ​ປະ​ລັດ​ຖະ​ມົນ​ຕີ​ກະຊວງ​ການ​ຄ້າ​ຈີນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ມິຖຸນາ, ຢູ່​ວັງ​ເອກະ​ພາບ​ຂອງ​ນະ​ຄອນ​ໂຮ​ຈີ່​​ມິ່ນ ທ່ານວູຄວານ ຮອງ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ພົບ​ປະ​ທ່ານ​ໂປ​ຊີ​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ທີ່ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຂອງ​ອົງການ​ອາ​ເປັກຢູ່ຫວຽດນາມ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ຕ່າ​​ງໆ​ເຊັ່ນ​​ເພີ່ມ​ທະວີ​ການ​ພົວພັນ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ເປັນຕົ້ນ.

ທ່ານວູຄວານ​ເວົ້າວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຫວຽດນາມ​ຈີນ​ໄດ້​ຂະ​ຫຍາ​ຍຕົວຢ່າງ​ສະດວກ, ບໍລິ​ມາດ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ​ນີ້ມີ​ຫວັງ​ຈະ​ບັນລຸ 10 ຕື້​​ໂດ​ລາ​ສະຫະລັດ. ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ເປັນ​ຢ່າງ​ດີ​​ໃນ 10+1 ຂອງອາ​ຊຽນ​ແລະອົງການ​ອາ​ເປັກ. ທ່ານວູຄວານຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ຈີນທີ່​ສະໜັບ​ສະ​ໜູນ​ໃຫ້ຫວຽດນາມ​ເຂົ້າຮ່ວມ​ອົງການ​ການ​ຄ້າ​ໂລກ​ໂດຍ​ໄວ​ໂດຍ​ຕະຫຼອດ, ຫວັງຢາກ​ສືບຕໍ່​ແລກປ່ຽນ​ບົດຮຽນ​​ໃນການເຂົ້າຮ່ວມອົງການ​ການ​ຄ້າ​ໂລກ​ກັບ​ຈີນ.