ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-03 20:30:33    
ກອງ​ປະ​ຊຸມ​ຄວາມ​ປອດ​ໄພ​ອາ​ຊີ​ຄັ້ງ​ທີ5​​ໄຂ​ຂຶ້ນ​ຢູ່​ສິງ​ກະ​ໂປ

cri

ຕາມ​ຂ່າວcri:ຕອນ​ຄ່ຳ​ວັນ​ທີ2​ມິຖຸນາ,ກອງ​ປະຊຸມ​ຄວາມ​ປອດ​ໄພ​ອາຊີ​ຄັ້ງ​ທີ5​​​ໄດ້ໄຂ​ຂຶ້ນ​ຢູ່​ສິງກະ​ໂປ.ໃນ​

ງານ​ລ້ຽງ​​ອາຫານ​ຄ່ຳ​ພິທີໄຂ​ປະ​ຊຸມ​,ທ່ານ​ລີ​ຊຽນລົງ ນາ​ຍົກລັດ​ຖະມົນຕີ​ສິງກະ​ໂປ​ກ່າວ​ວ່າ,ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ບໍ່ພ​ຽງ​ແຕ່​ຕ້ອງອາ​ໄສການ​ປ້ອງ​ກັນຊາ​ດ​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ,ກໍ່​ຕ້ອງການ​ການສະ​ໜັບສະ​ໜູ​ນ​ແລະ​ການ​ປະສານ​ສົມທົບ​ກັນລະ​ຫວ່າງ​ຊາດ.ທ່ານ​ເວົ້າ​ວ່າ,ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ຮູບ​ແບບ​ເສດຖະ​ກິດ​ອາຊີ​ຕາ​ເວັນ​ອອກ,ອົງ​ປະກອບ​ການ​ຮ່ວມ​ມື​ພາກ​ພື້ນ​​ແບບໃໝ່​ພວມ​ຈໍ່​ຕົວ​ຂຶ້ນ.ທ່ານ​ຍັງ​ຊີ້​ອອກ​ວ່າ,ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງເສດ​ຖະກິດ​ຈີນ,ຈີນ​ກໍ່​ພວມຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພາກ​ພື້ນ​ຊະນິດ​ຕ່າງ ລວມທັງ​ເວທີ​ປາ​ໄສ​ພາ​ກພື້ນ​ອາຊ​ຽນ.

ຕາມ​ໄດ້​ຊາບ,​ໃນ​ກອງ​ປະຊຸມ​ທີ່​​ດຳ​ເນີນ​​ເປັນ​ເວລາ2ມື້​ເທື່ອ​ນີ້,ລັດ​ຖະມົນ​ຕີກະຊວງປ້ອງ​ກັນ​ປະ​ເທດ​,ເຈົ້າ​ໜ້າ​ທີ່​ລັດຖະ​ບານ,ຜູ້​ຊ່ຽວຊານ​ແລະ​ນັກປາດ​​ບັນຫາ​ຄວາມ​ປອດ​ໄພ​250ກວ່າ​ຄົນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແລະ20​ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ເອີ​ລົບ​ຈະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ.