ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-03 20:40:41    
ສະ​ຫະ​ປະ​ຊາ​ຊາດ​​ເລິ່ມ​ປະ​ຕິ​ບັດ​ແຜນ​ການ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ດ່ວນ​ໃຫ້​ແກ່​ອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ2​ມິຖຸນາ,ຢູ່​ທີ່​​ເຊີ​ແນວ,ຫ້ອງ​ການ​ປະສານ​ງານ​ລັດທິມະນຸດ​ສະ​ທຳ​ສະຫະ​ປະຊາ​ຊາດ​ປະກາດ​ວ່າ,ສະຫະ​ປະຊາ​ຊາດ​​​ໄດ້ເລິ່ມປະຕິບັດ​ແຜນ​ການຊ່ອຍ​ເຫຼືອ​ດ່ວນ​ລາຍ​ໜຶ່ງ​ທີ່ມີຍອດ​ມູນ​ຄ່າ103​ລ້ານ​ໂດ​ລາ,ສະໜອງການ​ຊ່ອຍ​​ເຫຼືອ​ໃຫ້​ແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວຂອງ​ອິນ​ໂດ​ເນ​ເຊຍ

ອີງຕາມ​ແຜນການ​ຊ່ອຍ​ເຫຼືອ​ດັ່ງກ່າວ,ສະຫະ​ປະຊາ​ຊາດ​ຈະ​ສະໜອງ​ວັດຖຸຕ່າງໆ ​ເຊັ່ນ,ອາຫານ,ນ້ຳກິນ​ແລະ​ຢຸກຢາ​​ໃຫ້​ແກ່​ເຂດ​ປະສົບ​​ໄພ​ຂອງ​ອິນ​ໂດ​ເນ​ເຊຍ​ພາຍ​ໃນ6​​ເດືອນ,​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງການທີ່​ຮີ​ບດ່ວນ​ກວ່າ​ໝູ່ຂອງ​ປະຊາຊົນເຂດ​ປະສົບ​ໄພ.ນ​ອກນີ້,ສະຫະ​ປະຊາ​ຊາດ​ຍັງ​ຈະ​ຊ່ອຍ​ເຫຼືອ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເຮັດ​ວຽກ​ງານສ້າງສາ​ເຂດປະສົບ​ໄພ​ຄືນ​ໃໝ່​ໃນ​​​ໄລຍະ​ຕົ້ນ.