ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-03 20:57:51    
ຜູ້​ຊ່ຽວ​ຊານ​ຈີນ​ສະ​ໜອງ​ບົດ​ລາຍ​ງານ​ປະ​ເມີນ​ສະ​ພາບ​ໄພ​ແຜ່ນ​ດິນ​ໄຫວ​ໃຫ້​ແກ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ2​ມິຖຸນາ,ຜູ້​ຊ່ຽວຊານ​ໄພ​ແຜ່ນດິນ​​ໄຫວ​ຂອງ​ກອງກອບ​ກູ້​ຊ່ອຍ​​ເ​ຫຼື​ອສາກົນ​ຂອງ​ຈີນ​ໄດ້ສະ​ໜອງບົດ​ລາຍ​ງານ​ປະ​ເມີນສະພາບ​ໄພ​ແຜ່ນດິນ​ໄຫວ​ໃຫ້​ແກ່​ອົງການ​ປົກຄອງ​​ເມືອງ​ນ້ອຍ​​ແບນ​ຕູນ​ແຫ່ງອິນ​ໂດ​ເນ​ເຊຍ.

ໃນ​ບົດ​ລາຍ​ງານ​ສະ​ບັບນີ້,​ຜູ້​ຊ່ຽວຊານ​​ທັງຫຼາຍໄດ້​ຂີດ​ໝາຍສະ​ພາບ​ການແຈກ​ຢາຍ​​ຂອງ​ເຂດ​ປະສົບ​ໄພ​ໃນ​ລະດັບ​ຕ່າງກັນຢ່າງ​ລະອຽດ,​ໄດ້​ວິ​ເຄາະ​ສາ​ເຫດ​​ເກີດ​ໄພ​ແຜ່ນດິນ​ໄຫວ,​ແລະ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີຢ່າງ​ລະອຽດ​ຕໍ່​ວຽກ​ງານ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນດິນ​​ໄຫວ.

ທ່ານ​ຊາ​ມາ​ວີ ​ເຈົ້າຄອງ​ເມືອງ​ນ້ອຍ​​ແບນ​ຕູນກ່າວ​ວ່າ,ນີ້​ແມ່ນບົດ​ລາຍ​ງານ​ປະ​ເມີນສະ​ພາບ​ແຜ່ນ​ດິນ​ໄຫວ​ທີ່​ລະອຽດ​ແລະ​ແມ່ນ​ຢຳສະບັບ​ທຳ​ອິດ​ທີ່​ອົງການ​ປົກຄອງ​ເມືອງ​ນ້ອຍ​ໄດ້​ຮັບ.

ກອງກອບ​ກູ້​ຊ່ອຍ​​ເ​ຫຼື​ອສາກົນ​ຂອງຈີນ​​ແມ່ນ​ເດີນທາງ​ໄປຮອດ​ເມືອງ​ນ້ອຍ​​ແບນ​ຕູນ ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວຢ່າ​ງ​ໜັກ​ໜ່ວງ​ໃນ​ວັນ​ທີ30​ພຶດສະພາ.​ໃນ​ຫຼາຍມື້​ມາ​ນີ້,ພວກ​ເຂົາ​ເຈົ້າ​ໄດ້​ກວດ​ກາ​ວັດ​ແທກ​ຈຸດ​​ໄພ​​ແຜ່ນດິນ​ໄຫວ50​ກວ່າ​ແຫ່ງ​ພາຍ​ໃນ​​ຂອບ​ເຂດ​ພັນ​ກວ່າ​​ກິ​ໂລ​ຕາແມັດ,​ໄດ້​​ເກັບ​ກຳຂໍ້​ມູນ​ຂ່າວສານ​ຈຳນວນ​ຫຼວງ​ຫຼາຍ,ແລະ​ໄດ້​ຮຽບຮຽງ​ບົດລາຍ​ງານ​ປະ​ເມີນ​ອັນ​ລະອຽດ.