ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-04 20:13:35    
ມາ​ເລ​ເຊຍ​ສະ​ເໜີ​​ໃຫ້ສ້າງ​ສູນ​ປະສານ​ງານ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ມະ​ນຸດ​ສະ​ທຳ​​ພາກ​ພື້ນ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 4 ມິຖຸນາ​ຢູ່​ສິງກະ​ໂປ, ທ່ານ​ນາ​ຈິບ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ສະ​ເໜີ​​ໃຫ້ສ້າງ​ສູນ​​ປະສານ​ງານການກອບ​ກູ້​ຊ່ອຍ​ເຫຼືອມະນຸດສະທຳ​ພາກ​ພື້ນ​ຢູ່​ອາຊີ​ອາຄະ​ເນ, ​ເພື່ອ​ປະສານ​ການ​ເຄື່ອນ​ໄຫວ​ກອບ​ກູ້​ຂອງ​ບັນດາ​ປະ​ເທດ​ຢ່າງ​ວ່ອງ​ໄວ​ໃນ​ເວລາ​​ພາກ​ພື້ນ​ແຫ່ງ​ນີ້​ເກີດ​ໄພ​ທຳ​ມະ​ຊາດ​ອັນ​ໜັກໜ່ວງ.

ທ່ານ​ນາ​ຈິບ​ແມ່ນ​ສະ​ເໜີຂໍ້​ສະ​ເໜີ​ດັ່ງກ່າວ​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນ​ກອງ​ປະຊຸມ​ຄວາມ​ປອດ​ໄພ​ອາຊີ​ຄັ້ງທີ 5. ທ່ານ​ເວົ້າວ່າ, ​ໃນ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍປີ 2004 ​ແລະ​ແຜ່ນດິນ​ໄຫວ​ອິນ​​ໂດ​ເນ​ເຊຍ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້, ບັນດາ​ປະ​ເທດ​ໄດ້​ແຕ່ງ​ກອງ​ປິ່ນປົວ​ແລະ​ກອບ​ກູ້​ຢ່າງ​ວ່ອງ​ໄວ, ນີ້​ແມ່ນ​ເຊີດ​ຊູ​ກຳລັງ​ໃຈ​ຄົນ, ​ແຕ່​ພ້ອມ​ກັນນັ້ນ, ທ່ານ​ຊີ້​ອອກ​ວ່າ, ການ​ກອບ​ກູ້​ຄວນ​ມີ​ການຈັດຕັ້ງ​ແລະ​ປະສານ​​ງານ​ເປັນ​ເອກະ​ພາບ​ກັນ​ກວ່າ​ເກົ່າ.