ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-04 20:37:03    
ວັດ​ຖຸ​ຊ່ອຍ​ເຫຼືອ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ງວດ​ທຳ​ອິດ​ຂອງ​ຈີນ​ຖືກ​ຂົນ​ສົ່ງ​ໄປ​ຮອດ​ອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ3​ມິ​ຖຸນາ,ວັດຖຸ​ກູ້​ໄພທີ່​ມີ​ນ້ຳ​ໜັກ50​ໂຕນ​ງວດ​ທຳ​ອິດທີ່ລັດ​ຖະບານ​ຈີນ​ຊ່ອຍ​​ເຫືຼອ​ເຂດ​ປະສົບ​​ໄພ​ແຜ່ນ​ດິນ​ໄຫວ​ຂອງອິນ​ໂດ​ເນ​ເຊຍ​ໄດ້​ຖືກຂົນ​ສົ່ງ​ໄປ​ຮອດ​ສະໜາ​ມບິນ​ໂຊ​ເຣຍ​ແຫ່ງ​ອິນ​ໂດ​ເນ​ເຊຍ.

ວັດຖຸ​ກູ້​ໄພ​ທີ່​ລັດຖະບານ​ຈີນ​ສະໜອງ​ໃຫ້​ອິນ​ໂດ​ເນ​ເຊຍ​ເທື່ອ​ນີ້​ລວມມີ100​ໂຕນ,ຕົ້ນ​ຕໍ​ແມ່ນ​ວັດຖຸ​ແກ້ຂັດ ​ເຊັ່ນ,ຢຸກ​ຢາ,ອຸປະ​ກອນ​ປິ່ນປົວ,​ເຄື່ອງ​ຜະລິດ​ໄຟຟ້າ​ຂະໜາດ​ນ້ອຍ,ຕູບ​ຜ້າ​ເຕັນ​ແລະ​ຜ້າປູ​ຕຽງ​ເປັນ​ຕົ້ນ,ມີຍອດ​ມູນ​ຄ່າ10ລ້ານ​ຢວນ.ວັດ​ຖຸ​ເຫຼົ່າ​ນີ້​​​ຖືກ​ຂົນ​ສົ່ງ​ຈາກ​ສະໜາມ​ບິນ​​ເຈິ້ງ​ຕິ້ງ​ເມືອງ​ຊີ​ຈ່າ​ຈ່ວງ​ແຂວງ​ເຮີ​ເປ​ຂອງ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ2​ ​ແລະ​ວັນ​ທີ3ມິ​ຖຸນາ​ໂດຍ​ແບ່ງ​ອອກ​ເປັນ​ສອງ​ງວດ.ວັດຖຸ​ງວດ​ທີ​ສອງກຳນົດ​ວ່າ​ຈະ​ຖືກ​ຂົນ​ສົ່ງ​ໄປ​ຮອດ​ສະໜາມ​ບິນ​ໂຊ​ເຣຍ​ໃນ​ວັນ​ທີ4​ມິຖຸນາ.ຫຼັງ​ຈາກ​ວັດຖຸ​ສອງ​ງວດ​ດັ່ງກ່າວ​ລ້ວນ​ແຕ່​ຂົນ​ສົ່ງ​​ໄປຮອດ​​ແລ້ວ​ຈະ​ຖືກ​ ​ຂົນ​ສົ່ງ​ໄປ​ເຂດປະສົບ​ໄພ​ແຜ່ນດິນ​ໄຫວ​ຢົກຈາ​ຄາ​ທາ.


1  2