ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:16:13    
ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ​ຍິນ​ດີ​ສະ​ໜອງ​ຄວາມ​ຊ່ອຍ​ເຫຼືອ​ໃຫ້​ຕີ​ມໍ​ຕາ​ເວັນ​ອອກ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:​ວັນ​ທີ 5 ມິຖຸ​ນາ ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ອາ​ໂກງ ລັກ​ໂຊ​ໂນ ປະ​ທານ​ລັດ​ຖະ​ສະພາ​ອິນ​ໂດ​ເນ​ເຊຍມາ​ແຈ້ງ​ວ່າ,​ຖ້າ​ວ່າ​ລັດ​ຖະ​ບານ​ຕີ​ມໍ​ຕາ​ເວັນ​ອອກ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຂອງ​ອິນ​ໂດ​ເນ​ເຊຍ​ແລ້ວ,​ອິນ​ໂດ​ເນ​​ເຊຍ​ຍິນ​ດີ​ສະ​ໜອງ​ຄວາມ​ຊ່ອຍ​ເຫຼືອ​​ໃຫ້​ຕີ​ມໍ​ຕາ​ເວັນ​ອອກ.

ວັນ​ທີ 3 ມິ​ຖຸນາ ໜັງ​ສື​ພິມ​ທຸລະ​ກິດ​ຂອງ​ອິນ​ໂດ​ເນ​ເຊຍ​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ອາ​ໂກງ​ມາ​ແຈ້ງ​​ວ່າ,​ເຫດ​ການ​ວຸ້ນ​ວາຍ​ຢູ່​ຕີ​ມໍ​ຕາ​ເວັນ​ອອກ​ແມ່ນ​​ເລື່ອງ​ພາຍ​ໃນ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ,ອິນ​ໂດ​ເນ​ເຊຍ​ຈະບໍ່​ແຊກ​ແຊງ,​ແຕ່​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ບໍ່​ຢາກ​ໄດ້​ເຫັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຕົນ​​ເກີດ​ບັນ​ຫາ,​ສະ​ນັ້ນ​ຈຶ່ງ​ຫວັງ​ໃຫ້​ສົງ​ຄາມ​ທາງ​ເມືອງ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ​ສາມາດ​ສິ້ນ​ສຸດ​ລົງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.​ທ່ານ​ເວົ້າ​ວ່າ,​ຖ້າ​ວ່າ​ລັດ​ຖະ​ບານ​ຕີ​ມໍ​ຕາ​ເວັນ​ອອກ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຂອງ​ອິນ​ໂດ​ເນ​ເຊຍ​ແລ້ວ​,ອິນ​ໂດ​ເນ​​ເຊຍ​ຍິນ​ດີ​ສະ​ໜອງ​ຄວາມ​ຊ່ອຍ​ເຫຼືອ​ໃຫ້​ຕີ​ມໍ​ຕາ​ເວັນ​ອອກ.

ນອກ​ນີ້​ຂ່າວ​ແຈ້ງ​ວ່າ,​ໃຕ້​ຜົນ​ສະ​ທ້ອນ​ຈາກ​ເຫດ​ການ​ວຸ້ນ​ວາຍ​,ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ຖອນ​ຊາວ​ຕ່າງ​ດ້າວ​ປະ​ມານ 1400 ຄົນ​ອອກ​ຈາກ​ຕີ​ມໍ​ຕາ​ເວັນ​ອອກ,​ປະຈຸ​ບັນ​ຍັງ​ມີ​ຊາວ​ອິນ​ໂດ​ເນ​ເຊຍ​ປະມານ 500 ຄົນ​ຢູ່​ອິນ​ໂດ​ເນ​ເຊຍ.​ເຂດ​ຊາຍ​ແດນ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​​ເຊຍ​ກັບ​ຕີ​ມໍ​ຕາ​ເວັນ​ອອກ​ໄດ້​ປິດ​​ແຕ່​ວັນ​ທີ 26 ພຶດ​ສະ​ພາ​ເປັນ​ຕົ້ນ​ມາ.