ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 16:12:14    
ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ຝ່າຍ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ບໍ່​ໄດ້​ຜ່ານ​ຮັບ​ຮອງ"ສັນ​ຍາ​ໃນ​ຄຸກ" ທ່ານ​ອັບ​ບາສ​ກ່າວ​ວ່າ​0ຈະ​​ເອົາ​ປະ​ຊາ​ມະ​ຕິ​ທົ່ວ​ປວງ​ຊົນ

cri

ຕາມ​ຂ່າວcri:​ໃນ​ຕອນທ່ຽງ​ຄືນ​ວັນ​ທີ5​ມິຖຸນາ,ຢູ່​ທີ່ຣາມາ​ລາ,​ເຈົ້າ​ໜ້າ​ທີ່​ອົງການ​ອານ​ຟາ​ຕາປະກາດ​ວ່າ,ກອງ​ປະຊຸມ​ສົນທະ​ນາ​ລະຫວ່າງ​ຝ່າຍ​ຕ່າງໆ​ຂອງປາ​ເລັສ​ຕິນທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ​ໄດ້​ລົ້ມ​ແຫຼວ,ຝ່າຍ​ຕ່າງໆ​ທີ່ຮ່ວມ​ປະຊຸມບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ"ສັນຍາ​ໃນ​ຄຸກ",ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຈະ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ສັນຍາ​ດັ່ງກ່າວ.

ນອກ​ນີ້,ບຸກຄົນ​ໃນ​ຫ້ອງ​ການ​ທ່ານ​ອັບ​ບາສ​ເວົ້າ​ວ່າ,ວັນ​ທີ6​ມິ​ຖຸນາ,ທ່ານ​ອັບ​ບາສ​ຈະ​ຈັດ​ກອງ​ປະຊຸມ​ກັບຄະ​ນະ​​ບໍລິ​ຫານ​ງານອົງ​ການ​ປົດ​ປ່ອຍ​ປາ​ເລັສຕິນ​ແລະ​ຄະນະ​ພັກ​ຕ່າງໆ​ຂອງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕິນ,ຫຼັງ​ຈາກ​ນັ້ນ​ຈະ​ຕົກລົງ​ວັນເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານ​ອັບ​ບາສ​ໄດ້ກ່າວ​ຄຳ​ປາ​ໄສ​ຢູ່ຣາມາ​ລາ​,ກ່າວ​ວ່າ,ຈະ​ບໍ່​ດັດ​ແກ້​ຫຼືປັບປຸງ"ສັນຍາ​ໃນ​ຄຸກ".

ມື້​ດຽວ​ກັນ,​ຢູ່​ທີ່​ກາຊາ,ໂຄ​ສົກ​ອົງການ​ຮາ​ມາສ​ໄດ້ກ່າວ​ປະນາມ​ຝ່າຍ​ທີ່​ກ່ຽວຂ້ອງ​ຕັ້ງ​ໃຈ​ທຳລາຍ​ກອງ​ປະຊຸມ​ສົນ​ທະນາ.ທ່ານ​ກ່າວ​ວ່າ,​ເຖິງ​ວ່າ​ກອງ​ປະຊຸມ​​ບໍ່ໄດ້​ກ້າວ​ເຖິງ​ເປັນ​ເອກະ​ສັນ​ກັນ,​ແຕ່​ອົງການ​ຮາ​ມາສກໍຍັງ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງສົນ​ທະນາກັນ​ຕໍ່​ໄປ. ​​​