ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 16:32:33    
ເວ​ທີ​ປາ​ໄສ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຟີ​ລິບ​ປິນ​ຈັດ​ຂຶ້ນ​ຢູ່​ມາ​ນີ​ລາ​ຢ່າງ​ຄຶກ​ຄື້ນ

cri Author: da
ຕາມ​ຂ່າວ​ຂອງກະຊວງ​ການ​ຄ້າ​ຈີນ​: ເວທີ​ປາ​ໄສ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນ​ຟີ​ລິບ​ປິນ​ໄດ້ຈັດ​ຂຶ້ນ​ຢູ່​ມາ​ນີລາ ນະຄອນຫຼວງ​ຟີ​ລິບ​ປິນ​ໃນ​ວັນ​ທີ 5 ມິຖຸນາຢ່າງ​ຄຶກຄື້ນ​.​ເວທີ​ປາ​ໄສ​ຄັ້ງນີ້​ແມ່ນ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ຍາມ​ໃດ​ໝົດແລະ​ລະດັບ​ສູງ​ກວ່າ​ຍາມ​ໃດ​ໝົດ​ລະຫວ່າງ​ສອງ​ປະ​ເທດໃນ​ປະຫວັດສາດ.

ໃນ​ພິທີ​ໄຂ​ງານ ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ກ່າວ​ຄຳ​ປາ​ໄສ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ​ລະ​ຫວ່າງ​ຈີນ​ກັບ​ຟີລິບ​ປິນ​ໃນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ໃນບໍ່​ເທົ່າ​ໃດ​ປີ​ມາ​ນີ້,​ແລະ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມທີ່​ຕໍ່​ການ​ຂະຫຍາຍຕົວ​ແຫ່ງການ​ພົວພັນທາງ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ.

​ໃນ​ກອງ​ປະຊຸມ ທ່ານ​ໂປ​ຊີ່​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ສະ​ແດງ​ວ່າ,ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ຟີ​ລິບ​ປິນພັດທະນາ​ຢ່າງ​ວ່ອງ​ໄວ,ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ​ກາຍ​ນີ້​ໄດ້​ບັນລຸ 17 ຕື້ 600 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ 270 ກວ່າ​ເທົ່າ​ເມື່ອ​ປຽບທຽບ​ກັບ​ເວລາສອງ​ປະ​ເທດ​ສ້າງສາ​ຍສຳພັນການ​ທູດ,ນີ້​ແມ່ນ​ເຫັນ​ຍາກ​ໃນ​ປະ​ຫວັດ​ການ​ຄ້າ​ຂອງ​ໂລກ.

ຫຼັງ​ຈາກ​ພິທີ​ໄຂ​ງານ​ອັດ​ລົງ​ແລ້ວ,ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ຈີນ​ຟີ​ລິບ​ປິນສ້າງການ​ພົວພັນ​ໝູ່ຄູ່​ເສດຖະກິດ.ບົດ​ບັນທຶກ​ໄດ້​ຕົກລົງ​ໃນເບື້ອງ​ຕົ້ນວ່າ ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ ບໍ່​ແຮ່ ກະສິກຳ​ແລະ​ການທ່ອງທ່ຽວ​ເປັນຕົ້ນ​ເປັນຂົງ​ເຂດ​ຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໃນ 5 ປີ​ຂ້າງ​ໜ້າ.