ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 20:48:54    
ປະທານ​ຄະນະ​ກຳ​ມະ​ການ​ຂອງ​ໂອ​ລິມ​ປິກ​ຈີນ​ກ່າວ​ວ່າ,​ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri Author: mo

ຕາມ​ຂ່າວCRI:ວັນ​ທີ 5 ມິຖຸນາ, ​ເວລາ​ທ້ອງ​ຖິ່ນ, ທ່ານ​ລິວ​ເພິ​ງ ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຈີນ​ທີ່​ພວມ​ຢ້ຽມຢາມ​ແມັກ​ຊິກ​ເວົ້າວ່າ, ວຽກ​ງານ​ກະກຽມ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ, ​ໄດ້​ຮັບ​ຄວາມ​ຢືນຢັນ​ແລະ​ການ​ຕີ​ລາຄາ​ສູງ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກສາກົນ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ປະທານາທິບໍດີ​ແມັກ​ຊິກ, ທ່ານ​ລີ​ວ​ເພີງ​ເວົ້າວ່າ, ວຽກ​ງານ​ກະກຽມ​ຕ່າງ​ໆຂອງ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ເຊັ່ນ: ການ​ສ້າງ​ຫໍ​ກິລາ ສະໜາມກິລາ ການ​ເຄື່ອນ​ໄຫວ​ໂຄສະນາ ການ​ບຸກ​ເບີກ​ຕະຫຼາດ ​ໂທລະ​ຄົມ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພ​​ເປັນຕົ້ນ​ລ້ວນ​ແຕ່​ດຳ​ເນີນ​​ໄປຢ່າງ​ສະດວກ​ທີ່​ສຸດ. ວຽກ​ງານ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຄະນະ​ກຳມາ​ທິການປະສານ​ງານ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ຄະນະ​ກຳມະການໂອ​ລິ​ມປິກ​ສາກົນ. ທ່ານ​ຍັງ​ກ່າວ​ວ່າ, ຫໍກິລາ ​ແລະ​ສະໜາມ​ກິລາ 34 ​ແຫ່ງ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຕ້ອງການ​ນັ້ນຈະສ້າງ​ສຳ​ເລັດໝົດ​ໃນ​ທ້າຍ​ປີ 2007. ທ່ານ​ລີ​ວ​ເພີງ​ຍັງ​ກ່າວ​ເນັ້ນວ່າ, ຈີນ​ຈະ​ພະຍາຍາມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ລະດັບ​ສູງ​ແລະ​ມີ​ສີສັນ​ພິ​ເສດ​ໃຫ້​​ແກ່ປະຊາຊົນ​​ໃນ​ໂລກ.