ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 11:13:51    
ຈີນ​ຈະ​ໂຮມ​ຄ່າ​​ໃຊ້​ຈ່າຍ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ​ໂດຍ​ຕົນ​ເອງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ມິຖຸນາ ຢູ່​ປັກ​ກິ່ງ ທ່ານ​ສີ​ຈ້ຽນ​ໂກ ​ເຈົ້າໜ້າ​ທີ່​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ເວົ້າວ່າ, ຈີນ​ຈະ​ໂຮມ​ຄ່າ​​ໃຊ້​ຈ່າຍຄົ້ນຄວ້າ​ວິທະຍາສາດ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ​ໂດຍຕົນ​ເອງຕື່ມ​ອີກ.

​ໃນ​ເວລາ​​ໃຫ້ສຳພາດ​ຂອງ​ນັກ​ຂ່າວ ທ່ານ​ສີ​ຈ້ຽນ​ໂກ​ເວົ້າວ່າ,​ໃນ​ຫຼາຍ​ປີ​ຂ້າງ​ໜ້າ,ຈີນ​ຈະ​ເພີ່ມ​ທະວີ​ການ​ສະໜັບສະໜູນ​​ການຄົ້ນຄວ້າ​ພື້ນຖານ ການຄົ້ນຄວ້າສາທາລະນະຜົນ​ປະ​ໂຫຍ​ດ​ແລະ​ເຕັກນິກ​ສູງ​ໂດຍ​ສະ​ເພາະ,​​ແລະເພີ່ມ​ທະວີ​ການ​ສະໜັບ​ສະ​ໜູນຖານຄົ້ນຄວ້າວິທະຍາ​ສາດ​ແລະ​ການ​ສ້າງສາຖັນ​ແຖວ​ວິທະຍາສາດ​ເຕັກນິກ.ພ້ອມ​ກັນນັ້ນ,ຈະຕັ້ງໜ້າ​ຊັກ​ນຳ​ວິ​ສາ​ຫະກິດ​​ໃຫ້ກາຍ​ເປັນ​​ແຫຼ່ງ​ລົງທຶນ​ໃນ​ດ້ານ​ວິທະຍາສາດ​​ເຕັກນິກ,ສົ່​ງ​ເສີມ​​ໃຫ້ອົງການ​ທະນາຄານ​ແລະກຳລັງ​ອື່ນ​ໆໃນ​ສັງຄົມ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ການ​ປະດິດ​ສ້າງ​ທາງ​ວິທະຍາສາດ​ເຕັກນິກ.

ອີງ​ຕາມ​ແຜນການ​ຂອງ​ລັດຖະບານ​ຈີນ,​ເມື່ອ​ຮອດ​ປີ2010,ລາຍ​ຈ່າຍພັດທະນາ​ການຄົ້ນຄວ້າ​ແລະການທົດ​ລອງ​ຂອງ​ຈີນຈະກວມ​ 2% ຂອງ​ GDP ຊຶ່ງ​ເປັນສະຖິຕິ​ໃໝ່.