ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 20:20:27    
ທ້າວ​ເຊ້ຈົ່ງ​ໂປ​ກັບ​ນາງ​ຈ່າງ​ຢາ​ເວີນ​ໄດ້​ເປັນ​ທີ​ໜຶ່ງ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ການ​ລຽງ​ລຳ​ດັບ​​ຕີ​ດອກ​ປີກ​ໃກ່​ຍິງ​ຊາຍ​ປະ​ສົມ​ຂອງ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຍ້ອນ​ໄດ້​ຮັບ​​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ອິນ​ໂດ​ເນ​ເຊຍ​ຂັ້ນ 6 ​ດາວໃນ​ສັບ​ປະດາທີ່​ແລ້ວ, ທ້າວ​ເຊ້ຈົ່ງ​ໂປ​ແລະ​ນາງ​ຈ່າງ​ຢ້າ​ເວີນ ຄູ່​ໜຸ່ມ​ນ້ອຍ​ຂອງ​ຈີນ​ທີ່​ປະກອບ​ຄູ່​ພຽງ 20 ​ເດືອນ​ໄດ້​ເປັນ​ທີ​ໜຶ່ງ​ເປັນ​ຄັ້ງທຳ​ອິດໃນ​ການ​ລຽງ​ລຳດັບ​​ຕີ​ດອກ​ປີກ​​ໃກ່ຍິງ​ຊາຍປະສົມ​ຂອງ​ໂລກ​.

ພາຍຫຼັງ​ງານ​ແຂ່ງຂັນຢູ່​ອິນ​​ໂດ​ເນ​ເຊຍ​ແລ້ວ, ວັນ​ທີ 8 ມິຖຸນາ, ສະຫະພັນ​ດອກ​ປີກ​ໄກ່​ສາກົນ​ໄດ້​ປະກາດ​ການລຽງ​ລຳດັບ​ໃນ​ສັບປະດາ​ຫຼ້າສຸດ​. ທ້າວ​ລິນ​ຕ່ານ ນາງ​ຈ່າງ​ນິງ ນັກ​ກິລາ​ຈີນ​ຕ່າງ​ເປັນ​ທີ​ໜຶ່ງ​​ຂອງໂລກ​​ໃນ​ລາຍການ​ຕີ​ດ່ຽວ​ເພດ​ຊາຍ​ແລະ​ເພດ​ຍິງ, ນາງ​ກ່າວ​ຫຼັງກັບ​ນາງ​ຮວງ​ຊຸ້ຍ​ ນັກ​ກິລາ​ຈີນ​ເປັນ​ທີ​ໜຶ່ງ​ຂອງ​ໂລກ​​ໃນ​ລາຍການ​ຕີ​ຄູ່​​ເພດ​ຍິງ. ຜູ້​ເປັນ​ທີ​ໜຶ່ງ​​ໃນ​ລາຍການ​ຕີ​ຄູ່​ເພດ​ຊາຍຍັງ​​ແມ່ນ​ທ້າວ​ເອລິກ​ເຊີນກັບ​ທ້າວ​ເຮັນ​ເຊີນ ນັກ​ກິລາ​ດານ​ມາກ.