ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-10 20:22:20    
ຝ່າຍ​ຕຳຫຼວດ​ມາ​ເລ​ເຊຍ​ທັບ​ມ້າງ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​​ໃຫຍ່​ກຸ່ມ​ໜຶ່ງ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ມິຖຸນາ, ຝ່າຍ​ຕຳຫຼວດ​ມາ​ເລ​ເຊຍ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຝ່າຍ​ຕຳຫຼວດ​ມາ​ເລ​ເຊຍ​ໄດ້​ທັບ​ມ້າງ​ກຸ່ມຄ້າຢາ​ເສບ​ຕິດ​​ໃຫຍ່​ກຸ່ມ​ໜຶ່ງ, ​ໄດ້​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດ 9 ຄົນ, ​ແລະ​ຍຶດ​ໄດ້​ຢາ​ເສບ​ຕິດ​ 70 ກວ່າ​ກິ​ໂລ.

ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປິໃນມື້​ດຽວ​ກັນ, ​ທ່ານ​​ໂມ​ຮາ​ມັດ ນາ​ຈິບ​ຂອງ​ກົມ​ຕຳຫຼວດ​ປາບ​ຢາ​ເສບ​ຕິດ​ສະຫະພັນ​ມາ​ເລ​ເຊຍ​ເວົ້າ​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​ຊອກ​ຈັບຫຼາຍ​ເທື່ອ​ໃນ​ວັນ​ທີ 8 ມິຖຸນາ​, ມີ​ຜູ້​ຄ້າ​ຢາ​ເສບ​ຕິດ 9 ຄົນ​ຖືກ​ຈັບ​ຕາມໆ​ກັນ, ​ໃນ​ນັ້ນ​ມີ​ພົນລະ​ເມືອງ​ສັນຊາດ​​ອິນ​ເດຍ​ຜູ້​ໜຶ່ງ​ເປັນ​ຫົວ​​ໂປ່​ຂອງ​ກຸ່ມ​ດັ່ງກ່າວ​. ນອກ​ນີ້, ຝ່າຍ​ຕຳຫຼວດ​ຍັງ​ຍຶດ​ໄດ້​ຢາ​ມຶນລິດ​ແຮງ​ປະມານ 72 ກິ​ໂລ.

ການ​ສຳຫຼວດ​ຂອງ​ຝ່າຍ​ຕຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມຄ້າ​ຢາ​ເສບ​ຕິດ​ກຸ່ມ​ນີ້​ໄດ້​ເຄື່ອນ​ໄຫວ​ຢູ່​ກົວ​ລາ​ລຳ​ເປີແລະ​ເຂດ​ອ້ອມ​ແອ້ມ​ປະ​ມານ 8 ​ເດືອນ​ກວ່າແລ້ວ.