ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-11 19:55:20    
ການ​ແຂ່ງ​ຂັນ​ບານ​ແຕະ​ຊິງ​ຂັນ​ໂຣກ​ມື້​ທີ 2 ສ້ຽງ​ສຸດ​ລົງ

cri Author: min
ຕາມ​ຂ່າວ CRI​: ຕອນ​ຂ້ອນ​ແຈ້ງ​ວັນ​ທີ 11 ມິຖຸນາ​ເວລາ​ປັກ​ກິ່ງ, ການ​ແຂ່ງຂັນ​ບານ​ແຕະ​ຊິງ​ຂັນ​ໂຣກ​ເຢຍລະ​ມັນ​ປີ 2006 ຮອບ​ທີ 3 ​ໃນ​ມື້​ທີ 2 ​ໄດ້​ສິ້ນ​ສຸດ​ລົງ.

​ໃນ​ການ​ແຂ່ງຂັນ​ຮອບທຳ​ອິດ​ຂອງ​ຈຸ B ທີ່​ດຳ​ເນີນ​ກ່ອນ​ເພິ່ນ, ທິມ​ອັງກິດ​ໄດ້​ຊະນະ​ທິມປາ​ລາກ​ວາຍ​ດ້ວຍ​ຄະ​ແນນ 1 ຕໍ່ 0. ຫຼັງຈາກ​ນັ້ນ, ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ຮອບ​ທີ 2 ຂອງ​ຈຸ B, ທິມຕຼິນີດາ​ແລະ​​ໂຕບາ​ໂກ​ໄດ້​ສະ​ເໝີ​​ກັບ​ທິມຊູ​ແອັດ​ໃຕ້​ສະພາບ​ທີ່​ຖືກ​ໄໝ​ອອກ​ຈາກ​ການ​ແຂ່ງຂັນ​ຜູ້​ໜຶ່ງ. ​​ເມື່ອ​ການ​ແຂ່ງຂັນ​ຮອບ​ນີ້​ສ້ຽງ​ສຸດ​ລົງ, ທິມ​ອັງກິດ​ໄດ້ 3 ຄະ​ແນນ, ​ແມ່ນ​ທີ 1 ​ໃນຈຸ B ​ຊົ່ວຄາວ.
ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ໃນ​ມື້​ນັ້ນ​​ແມ່ນ​ທິມອັກ​ຊັງ​ຕີນສູ້ກັບ​ທິມກົດ​ດີ​ວົວ​ໃນ​ຈຸ C ສຸດ​ທ້າຍ​, ທິມອັກ​ຊັງ​ຕີນ​ຊະນະ​ດ້ວຍ​ຄະ​ແນນ​ 2 ຕໍ່ 1.

ການ​ແຂ່ງຂັນ​ບານ​ແຕະ​ຊິງ​ຂັນ​ໂຣກຈະ​ກ້າວ​ເຂົ້າ​ໃນ​ການ​ແຂ່ງຂັນ​ມື້​ທີ 3 ​ໃນ​ຕອນ​ຄ່ຳ​ມື້​ນີ້. ການ​​ແຂ່ງຂັນ​ 3 ​​ຮອບ​ນີ້​ກໍ​ຄືທິມ​​ໂຮ​ນລັງ​ສູ້​ກັບ​ທິມ​ແຊກ​ບີ​ມົງ​ເຕ​ເນ​ໂກຼຂອງ​ຈຸ C​ແລະ​ທິມ​ແມັກ​ຊິກ​ສູ້​ກັບ​ທິມອີຣານ​ແລະ​ທິມອັງ​ໂກ​ລາ​ສູ້​ກັບ​ທິມປອກຕຸຍ​ການ​​ໃນຈຸ D.