ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-11 19:58:44    
ຝ່າຍ​ຈີນ​ກ່າວ​ປະ​ນາມ​ທະ​ຫານ​ອິສ​ຣາ​ແອນ​ຫຼອນ​ໂຈມ​ຕີ​ກາ​ຊາ​ເຮັດ​ໃຫ້​ສາ​ມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 11 ມິຖຸນາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​, ຫວ່າງ​ມໍ່ໆ​ນີ້, ທະຫານ​ອິສຣາ​ແອນ​ໄດ້​ຫຼອນໂຈມ​ຕີ​ກາຊາ, ​ເຮັດ​ໃຫ້​ສາມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງ​ຕາຍ​ແລະບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ, ຝ່າຍ​ຈີນ​ກ່າວ​ປະນາມ​ຕໍ່​ເລື່ອງ​ນີ້. ຝ່າຍ​ຈີນ​ຮຽກ​ຮ້ອງ​​ໃຫ້​ສອງ​ຝ່າຍ​ປາ​ເລັສຕີນ​ແລະ​ອິສຣາ​ແອນຈົ່ງ​ອົດກັ້ນ​ໄວ້, ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ສະຖາ​ນະ​ການ​ເຄັ່ງ​ຕຶງ​ເລື່ອນ​ຂັ້ນ​ອີກ​.

ວັນ​ທີ 9 ມິຖຸນາ, ທະ​ຫານ​ອິສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ກາຊາ, ​ເຮັດ​ໃຫ້​ຊາວ​ປາ​ເລັສຕິນ​ຕາຍ 11 ຄົນ​,ບາດ​ເຈັບ 43 ຄົນ, ທ່ານ​ລິວ​ຈ້ຽນຊ່າວ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ.