ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 10:47:02    
ກາງ​ເມືອງ​ແບກ​ແດດ​ເກີດ​ເຫດ​ການ​ລະ​ເບີດ ​ເຮັດ​ໃຫ້ 65 ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: sayvanny

ຕາມ​ຂ່າວ​ສານ​ຊີນ​ຮວາ:ຕອນ​ຄ່ຳ​ວັນ​ທີ 11 ມິຖຸນາ ​ຢູ່ກາງ​ເມືອງ​ແບກ​​ແດດ ນະ​ຄອນ​ຫລວງ​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ຢ່າງ​ຮຸນ​ແຮງ, ປັດຈຸບັນ ​ຢ່າງ​ຫນ້ອຍໄດ້​ເຮັດ​ໃຫ້ 6 ຄົນ​ຕາຍ, 59 ຄົນ​ບາດ​ເຈັບ.

ຝ່າຍ​ຕຳ​ຫລວດ​ອີ​ຣັກ​ປະ​ກາດ​ວ່າ, ​ເວລາ​ປະມານ 8 ໂມງ 15​ນາ​ທີ​ຕອນ​ຄ່ຳ​ມື້ນັ້ນ​ເຂດ​ຄາຣາດາ​ທີ່​ຕັ້ງ​ຢູ່​ກາງ​ເມືອງ​ແບກ​ແດດ​ໄດ້​ເກີດ​ເຫດ​ການ ລະ​ເບີດ,ຍ້ອນ​ເກີດ​ຂຶ້ນ​ຢູ່​​ຄຸ້ມ​ສີ​ວິ​ໄລ​ໃນ​ກາງ​ເມືອງ, ຜູ່​ຕາຍ​ແລະ​ບາດ​ເຈັບ​ສ່ວນ​ຫລາຍ​ແມ່ນ​ຄົນ​ສັນ​ຈອນ​ທີ່​ເລາະ​ຢູ່​ຕາມ​ຖະ​ຫນົນ,ຢູ່​ມໍ່ບ່ອນ​ເກີດ​ເຫດ,ລົດ ຍົນ​ແລະ​ຮ້ານ​ຄ້ານ​ສ່ວນ​ຫນຶ່ງ​ກໍ່​ຖືກ​ໄຟ​ໄຫມ້.ກ່ອນ​ເກີດ​ເຫດການ​ລະ​ເບີດ​ຫລາຍ​ຊົ່ວ​ໂມງ, ອົງ​ການ​ອານ​​ເຄດາ​ໄດ້​ປະ ກາດ​ຖະ​ແຫລງ​ການ​ຢູ່​ແວບ​ໄຊ​ແຫ່ງ​ຫນຶ່ງ,​ໂດຍ​ກ່າວ​ວ່າ​ຈະ​ກໍ່​ການ​ຫລອນ​ໂຈມ​ຕີ​ທີ່​ມີ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ຮຸນ​ແຮງ​ກວ່າ​ເກົ່າ.