ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 17:33:52    
ທ່ານ​ລຽນ​ຈ້າ​ນກ່າວ​ວ່າ ສັນຕິ​ພາບ ປອງ​ດອງ​ກັນ​ແລະ​ຮ່ວມ​ມື​ກັນ​ແມ່ນ​​ແງ່​ຂະ​ຫຍາຍ​ທີ່​ຕ້ອງ​ເປັນ​ໄປ

cri Author: lm

ຕາມ​ຂ່າວ CRI: ​ເພື່ອ​ລະ​ລຶກສະຫະພັນ​ຖົງ​ເໝິງຈີນສາຂາ​ສິງກະ​ໂປ​​ສ້າງຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ວັນ​ທີ 12 ມິຖຸນາ, "ງານ​ສຳ​ມະ​ນາສາ​ກົນ​ສະຫະພັນ​ຖົງ​ເໝິງ ທ່ານ​ຊຸນ​ຢັດ​ຊຽນ​ກັບ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ອາຊີ​ອາຄະ​ເນ" ​ເຊິ່ງ​ແມ່ນ​ສະມາຄົມ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ສິງ​ກະ​ໂປ​ແລະ​ຫໍ​ລະ​ລຶກ​ທ່ານ​ຊຸນ​ຢັດ​ຊຽນໜານ​ຢາງ​ຮ່ວມ​​ເປັນ​ເຈົ້າພາບ​ນັ້ນ ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ສິງ​ກະ​ໂປ.

ທ່ານ​ລຽນ​ຈ້າ​ນ ປະທານ​ກິດ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ຕາມ​ຄຳ​ເຊີນ, ​ໃນ​ເວລາ​ກ່າວ​ປາຖະກະຖາ, ທ່ານ​ກ່າວ​ວ່າ, ສັນຕິ​ພາບ ປອງ​ດອງ​ກັນ​ແລະ​ຮ່ວມ​ມື​ກັນ​ແມ່ນ​ແງ່​ຂະຫຍາຍ​ທີ່​ຕ້ອງ​ເປັນ​ໄປ. ພວກ​ຂ້າພະ​ເຈົ້າຈະ​ຊຸກ​ຍູ້​​ເປົ້າ​ໝາຍ​ອັນ​ທີ່​ວ່າ "ລັດ​ທິ​ແບ່ງ​ແຍກ" ​"ເຈດ​ຈຳນົງ​ແບ່ງ​ແຍກ" ​ໂດຍ​ຖື​ຄວາມ​ໂສກ​ເສົ້າ​ແຫ່ງ​ປະ​ຫວັດ​ສາດ​ເປັນ​ຂໍ້​ອ້າງ​ແລະ​ເປັນ​ຄັນ​ຕາ​ລະ​ບັດ​ນັ້ນບໍ່​ໄດ້​ຢ່າງ​ເດັດຂາດ.

​ໃນ​ງານ​ສຳ​ມະ​ນາ, ທ່ານ​​ເຢັວຢົງ​ບອນ ທີ່​ປຶກສາ​ກິດ​ຕິ​ມະ​ສັກຫໍ​ລະ​ລຶກທ່ານ​ຊຸນ​ຢັດ​ຊຽນ​ໜານ​ຢາງ​ສິງກະ​ໂປ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ, ​ເລີ່​ມ​ແຕ່​ຫົວທີ, ສິງກະ​ໂປ​ກໍ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ, ນະ​ໂຍບາຍ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈິດ​ອາລົມ​ປະຫວັດສາດ​ຂອງ​ປະຊາຊົນ​ສິງກະ​ໂປ, ​ແລະ​ຕົວ​ສະ​ແດງ​ຂອງ​ພວກ​​ເຂົາ​ເຈົ້າ​ໃນ​ປະ​ຕິ​ວັດ​ຂອງ​ຈີນ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ສອງ​ຝັ່ງ. ຊົມ​ເຊີຍ​ຈີນ​ແຜ່ນດິນ​ໃຫຍ່​ກັບ​ໄຕ້​ຫວັນ​ແລກປ່ຽນ​ກັນ​ຢ່າງ​ເນື່ອງ​ນິດ.

ຜູ່​ຊ່ຽວຊານ​ ນັກປາດ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ປະມານ 300 ຄົນ​ທີ່​ມາ​ຈາກ​ແຜ່ນດິນ​ໃຫຍ່ ​ໄຕ້​ຫວັນ​ຂອງ​ຈີນແລະ​ສິງກະ​ໂປ​ໄດ້​ເຂົ້າຮ່ວມ​ງານ​ສຳ​ມະ​ນາ​ເທື່ອ​ນີ້.