ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 10:34:57    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ທວງ​ໃຫ້​ບັນ​ດາ​ປະ​ເທດ​ເກາະ​ແຂນ​ຮ່ວມ​ມື​ກັນ​ຮັບ​ປະ​ກັນ​ການ​ສະ​ຫນອງ​ພະ​ລັງ​ງານ​ຂອງ​ໂລກ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 12 ມິ​ຖຸ​ນາ ​ໃນ​ພິ​ທີ​ໄຂ​ກອງ​ປະຊຸມ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກສ​ທຳ​ມະ​ຊາດ​ອາ​ຊີ​ຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່​ກົວ​ລະ​ລຳ​ເປີ, ທ່ານ​ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ກ່າວ​ຄຳ​ປາ​​ໄສ,​ເຕືອນ​ໃຫ້​ປະ​ເທດ​ຜະ​ລິດ​ພະລັງງານ​ແລະ​ປະ​ເທດ​ບໍລິ​ໂພ​ກເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ, ພ້ອມ​ກັນ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ​ໃຫມ່,​ແລະ​ຍົກ​ຄວາມ​ສາ​ມາດ​ການ​ຜະ​ລິດ​ໃຫ້​ສູງ​ຂຶ້ນ, ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ການ​ສະ​ຫນອງ​ພະ​ລັງ​ງານ​ຂອງ​ໂລກ.

ທ່ານ​ບາ​ດາ​ວີ​ເວົ້າ​ວ່າ, ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ເລື້ອຍໆ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ແຕ່​ການ​ສະ​ຫນອງ​ພະ​ລັງ​ງານ​ພັດ​ປະ​ເຊີນ​ຫນ້າ​ກັບ​ບັນ​ຫາ​ຄໍ​ຂວດ​ແກ້ວ.ຢູ່​ພາກ​ພື້ນ​ອາ​ຊີ, ຍັງ​ມີ​ຊັບ​ພະ​ຍາ​ກອນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກສ​ທຳ​ມະ​ຊາດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ບໍ່​ທັນ​ໄດ້​ຂຸດ​ຄົ້ນ​ອອກ ມາ​ເທື່ອ, ປະ​ເທດ​ສະ​ຫນອງ​ແລະ​ບໍລິ​ໂພກ​ພະ​ລັງ​ງານ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້.ທ່ານ​ຍັງ​ສະ​ເຫ​ນີ​ໃຫ້​ປະ​ເທດ​​ທີ່​ບໍ​ລິ​ໂພກ​ຊັບ​ພະ​ຍາ​ກອນ ຫລາຍຄວນ​ພິ​ຈາ​ລະ​ນາ​ລົງ​ທຶນ​ຢູ່​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ, ​ເຂົ້າ​ຮ່ວມ​ການສຳ​ຫລວດ​ແລະ​ບຸກ​ເບີກ​ຜະລິດ​ຕະ​ພັນ​ຊັ້ນ​ສູງ​ຂອງ​ພະ​ລັງ​ງານ​ຢູ່​ພາກ​ພື້ນ​ນີ້.