ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 14:18:12    
ອົງ​ການ​ອານ​ຟາ​ຕາ​ກັບ​ອົງ​ການ​ຮາ​ມັສ​ປາ​ເລັສ​ຕິນ​ເກີດ​ເຫດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​​ແຮງ​ຫຼາຍ​ເທື່ອ

cri Author: min
ຕາມ​ຂ່າວCRI: ວັນ​ທີ 12 ມິຖຸນາ, ຢູ່​ຫຼາຍ​ເຂດ​ໃນ​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ຜູ້​ປະກອບ​ອາວຸດ​ແລະ​ຜູ້​ສະໜັບ​ສະໜູນ​ອົງການ​ອານ​ຟາ​ຕາ​ແລະ​ອົງການ​ຮາ​ມັສ​ປາ​ເລັສ​ຕິນ​ໄດ້​ເກີດ​ເຫດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ຫຼາຍ​ເທື່ອ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນມື້​ດຽວ​ກັນ, ຜູ້​ປະກອບ​ອາວຸດ​ຂອງ​ອົງ​ການ​ຮາ​ມັສ​ພ້ອມ​ທາງນາຍ​ແລະ​ພົນ​ທະ​ຫານ​ອົງການ​ອານ​ຟາ​ຕາ​ຂອງ​ກອງທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເກີດ​ເຫດການ​ຍິງ​ກັນ​ຢູ່​ລາ​ຟາ​ພາກ​ໃຕ້​ແຖບ​ກາຊາ. ຕາມ​ບຸກຄົນ​ຝ່າຍ​ແພດ​ເວົ້າ​ວ່າ​, ສະມາຊິກ​ອົງການ​ຮາ​ມັສຜູ້​ໜຶ່ງ​ແລະ​ສາມັນ​ຊົນ​ຜູ້​ໜຶ່ງ​ໄດ້​ເສຍ​ຊີວິດ​ໃນ​ການ​ຍິງ​ກັນ, ອີກ 15 ຄົນ​​ບາດ​ເຈັບ.

ທ່ຽງຄືນ​ວັນ​ທີ 12 ມິຖຸນາ, ຢູ່​ເມືອງ​ລາ​ມາ​ລາ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ຜູ້​ປະກອບ​ອາວຸດ​ແລະ​ຜູ້​ສະໜັບ​ສະໜູນ​ຂອງ​ອົງການ​ອານ​ຟາ​ຕາ​ຫຼາຍ​ສິບ​ຄົນ​ທີ່​ຄຽດ​ແຄ້ນ​ໄດ້​ບຸກ​ເຂົ້າ​ທຳ​ນຽບ​ນາຍົກ​ລັດ​ຖະ​ມົນຕີ​ແລະ​ຕຶກ​ຄະນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ, ທຳລາຍ​ສິ່ງ​ຂອງ​ໃນ 2 ຕຶກ​ໃຫຍ່​ດັ່ງກ່າວ, ​ແລະ​ຈູດ​ເຜົາ​ຕຶກ. ຕໍ່​ມາ​ບໍ່​ດົນ, ຜູ້​ປະກອບ​ອາ​ວຸດ​ເຫຼົ່າ​ນີ້​ໄດ້​ລັກ​ພາ​ຕົວ​ກຳມະການ​ຄະນະ​ກຳມະການ​ນິຕິ​ບັນຍັດ​ຂອງ​ອົງການ​ຮາ​ມັສ​ຢູ່​ຢູ່​ກາງ​ເມືອງ​,​ຕໍ່​ມາ​ໄດ້​ປ່ອຍ​ຕົວ​ກຳມະການ​ຜູ້​ນີ້.