ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-16 16:11:39    
ກອງ​ກອບ​ກູ້​ສາ​ກົນ​ຈີນ​ທີ່​ໄປ​ເຂດ​ປະ​ສົບ​ໄພ​​ແຜ່ນ​ດິນ​ໄຫວ​ອິນ​ໂດ​ເນ​ເຊຍ​ສຳ​ເລັດ​ໜ້າ​ທີ່​​ແລ້ວ​ເດີນ​ທາງ​ກັບ​ຄືນ​ຈີນ

cri

ຕາມ​ຂ່າວສານ​ຊິນຮວາ:ກອງ​ກອບ​ກູ້​ສາກົນ​ຈີນ​​ໄດ້​ສຳ​ເລັດ​ໜ້າ​ທີ່​ກອບ​ກູ້​ຕ່າງໆ​ຢູ່ເຂດ​ປະສົບ​ໄພ​​ແຜ່ນ​ດິນ​ໄຫວຂອງ​ອິນ​ໂດ​ເນ​ເຊຍຢ່າງ​ເຕັມ​​ເມັດ​ເຕັມ​ໜ່ວຍ,ຕອນ​ເຊົ້າ​ວັນ​ທີ16ມິຖຸນາ​​ໄດ້ຂີ່​ເຮືອບິນ​ກັບ​ຄືນ​ຈີນ.

ເມື່ອ​ແຂວງ​ຈາ​ວາ​ກາ​ງ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ30​ພຶ​ດສະພາ,ພະນັກງານ43ຄົນ​ຂອງກອງ​ກອບ​ກູ້​ສາກົນ​ຈີນ​ໄດ້​ເດີນທາງ​​ໄປ​ຮອດ​ເມືອງ​ນ້ອຍບານ​ຕູນ ​ເຂດ​ປະສົບ​ໄພຢ່າງ​ຮ້າຍ​ແຮງ,ດຳ​ເນີນ​ວຽກ​ງານ​ກອບ​ກູ້​ໃນ​ທັນທີ,​ແລະ​ໄດ້​ສ້າງ​ໂຮງໝໍເຄື່ອນ​ທີ່​ແຫ່ງໜຶ່ງ​ແຫ່ງ​ດຽວຂອງແຫ່ງ​ດັ່ງກ່າວ​ທີ່​ມີຄວາມ​ສາມາດ​ປະຕິບັດ​ການຜ່າ​ຕັດ​ໃຫຍ່,​ໄດ້ຫາບ​ແບ​ບໜ້າ​ທີ່​ກອບ​ກູ້​ປິ່ນປົວ​ຜູ້​ບາດ​ເຈັດ​ແລະ​ຜູ້​​ເປັນ​ພະຍາດ1​ສ່ວນ4​ຂອງ​ເຂດ​ປະສົບ​ໄພ​ບານ​ຕູນ.

ໄລຍະ​​ເຮັດ​ວຽກ​18ມື້ຢູ່​ເຂດ​ປະສົບ​ໄພ,ນັບ​ລວມ​ແລ້ວ,ພະນັກ​ງານ​ຂອງ​ໜ່ວຍ​ປິ່ນປົວ​ໄດ້​ກອບ​ກູ້​ປິ່ນປົວ​ຜູ້ບາດ​ເຈັດ​ແລະ​ຜູ້​​ເປັນ​ພະຍາດ​3000ກວ່າ​ຄົນ,​​​ແລະ​ເຮັດ​ການຜ່າ​ຕັດ300​ກວ່າ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ.ວັນ​ທີ15​ມິຖຸນາ,ຄະນະ​ກຳມະການ​ກູ້​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ຕາງໜ້າ​ລັດຖະ​ບານ​ອິນ​ໂດ​ເນ​​ເຊຍ​​ມອບ​ໜັງສື​ຢັ້ງຢືນ​ໃຫ້​ພະນັກ​ງານ​ທຸກ​ຄົນ​ຂອງກອງ​ກອບ​ກູ້​ສາກົນ​ຈີນ,​ເພື່ອ​ສະ​ແດງ​ຄວາ​ມຂອບ​ໃຈ​ທີ່​ກອງ​ກອບ​ກູ້​ພະຍາຍາມ​ດຳ​ເນີນ​ວຽກ​ງານ​ກອບ​ກູ້.