ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-16 18:01:26    
ສະ​ຫະ​ພາບ​ເອີ​ລົບ​ຊົມ​ເຊີຍ​ສອງ​ຝັ່ງ​ຊ່ອງ​ແຄບ​ຈີນ​ເປີດ​ເໝົາ​ຍົນ​ຖ້ຽວ​ບິນ​ໂດຍ​ກົງ​ໃນ​ວັນ​ບຸນ

cri

ຕາມ​ຂ່າວcri:ວັນ​ທີ15 ມິ​ຖຸນາ,ໂອຕະລິດ ປະເທດປະທານຝຽນ​ຂອງ​ສະຫະພາບ​ເອີ​ບົບໄດ້​ຕາງໜ້າ​ສະຫະພາບ​ເອີ​ລົບ​ອອກ​ຖະ​ແຫຼ​ງການ,ຊົມ​ເຊີຍ​ສອງ​ຝັ່ງຊ່ອງ​ແຄບ​ຈີນ​ກ້າວ​ເຖິງ​ຂຶ້ນ​ຕົກລົງ​ກັນກ່ຽວ​ກັບ​ເປີດ​ຖ້ຽວ​ບິນໂດຍ​ກົງ​ໃນ​ວັນ​ບຸນ​ສຳຄັນ​ຄື​ບຸນຊິນ​ມິ​ງ,ບຸນດວ່າ​ນອູ,ບຸນຈົງ​ຊິວ​ເປັນ​ຕົ້ນ​ບົນ​ພື້ນຖານທີ່​​ເປີດ​ຖ້ຽວເໝົາ​ຍົນ​ໃນ​ວັນ​ບຸນ​ກຸດ​ຈີນ.

ຖະ​ແຫຼັງ​ການ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​ຊົມ​ເຊີຍ​ສອງ​ຝັ່ງ​ຊ່ອງ​ແຄບ​ຈີນ​ໃຊ້​ມາດ​ຕະ​ການ​ນີ້​ທີ່​ມີ​ຈຸປະສົງເ​ພີ່ມທະວີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​,ມາດ​ຕະການ​ນີ້​ຈະ​ມີ​ບົດບາດ​ອັນ​ຕັ້ງໜ້າ​ຕໍ່​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​,ພາກ​ພື້ນ​ແລະທົ່ວ​ໂລກ.

ຖະ​ແຫຼງການ​ກ່າວ​ລື້​ມວ່າ,ສະຫະພາບ​ເອີ​ລົບ​ຈະ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​,ຫວັງ​ໃຫ້​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ໃຊ້​ມາດ​ຕະການ​ຊຸກຍູ້​ການ​ສົນທະນາ,ການຮ່ວມ​ມື​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.ສະຫະພາບ​ເອີ​ລົບ​ເຊື່ອ​ວ່າ,​ໃນ​ທີ່​ສຸດ,ບັນຫາ​ໄຕ້​ຫວັນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​​ໂດຍ​ຜ່ານ​ການ​ສົນທະນາ​ລະຫວ່າງ​ສອງ​ຝັ່ງ.