ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-16 18:09:26    
ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເອ​ຢິບ​ກ່າວ​ເນັ້ນ​ວ່າ​ທ່ານ​ເວິ່ນ​ເຈ່ຍ​ປາວ​ຢ້ຽມ​ຢາມ​ເອ​ຢິບ​ຈະ​ເພີ່ມ​ພະ​ລັງ​ແມ່​ແຮງ​ໃໝ່​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ15 ມິ​ຖຸນາ,ທ່ານ​ອາລີ ອາ​ຟນີ ຜູ້​ຊ່ອຍ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ເອຢິບທີ່​ຮັບຜິດຊອບ​ວຽງ​ງານ​ອາຊີ​​ກ່າວ​ວ່າ,ຝ່າຍ​ເອຢິບຄອງ​ຄ່ອຍ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນຈະ​ຢ້ຽມຢາມ​ເອຢິບ​ໃນ​ໄວໆ​ນີ້,ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈຍ​ປາວ​ຈະ​ເພີ່ມ​ພະລັງ​ແຮ່​ມ​ແຮງ​ໃໝ່​ໃຫ້ການ​ພັດທະນາ​ຂອງ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ອາ​ຟນີກ່າວ​ວ່າ,​ໃນ​ໂອກາດເອຢິບ​ຈີນ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ50ປີ,ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈຍ​ປາວຢ້ຽມຢາມ​ເອຢິບ​ໄດ້​ສະ​ແດງວ່າຝ່າຍ​ຈີນ​ເອົາ​ໃຈ​ໃສ່ນຳ​ການ​ພົວພັນ​ລະຫວ່າງ​​ເອຢິບ​ຈີນ​ໃນ​ລະດັບ​ສູງ.​ຂະນະດຽວ​ກັນ,ທ່ານ​ກ່າວ​ເນັ້ນ​ວ່າ,ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​​ເອຢິບ​ຈີນ​ມີ​ຄວາມ​ບົ່ມ​ຊ້ອນ​ອັນມະຫາ​ສານ,ຫວັງ​​ໃຫ້​ຝ່າຍ​ຈີນ​ໄດ້​ລົງທຶນ​ຢູ່​ເອຢິບ​ໃຫ້ຫຼາຍ.ທ່ານ​ຮາ​ຟນີຍັງ​ເຜີຍ​ໃຫ້​ຮູ້​ວ່າ,ສອງ​ປະ​ເທດ​ຈະຕັ້ງ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ຫຼາຍ​ແຫ່ງ​ຢູ່​ເອຢິບ​ໃນ​​ພາຍ​ໜ້າບໍ່​ດົນ​ນີ້,​ຕອບ​ສະ​ໜອງຄວາມ​ຕ້ອງການ​ຂອງ​ຕະຫຼາດຂອງ​ເອຢິບ​ແລະ​ສົ່ງ​ອອກ​ຜະລິດ​ຕະພັນ​ສ່ວນ​ໜຶ່ງ​​ໄປຕະຫຼາດ​ອາ​ລັບ,ອາ​ຟຼິກາ​ແລະ​ເອີລົບ.