ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 15:52:06    
ທິມ​ເບຼ​ຊິນ​ເລື່ອນ​ຂັ້ນ​ເຂົ້າ​ໃນ​16​ທິມ​ເກັ່ງ​ຢ່າງ​ສະ​ດວກ

cri
ຕາມ​ຂ່າວCRI,​ວັນ​ທີ18​ມິຖຸ​ນາ​ເວລາ​ທ້ອງ​ຖິ່ນ,​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ໄດ້​ຈັດ​ການ​ແຂ່ງ​ຂັນ​ອີກ​ສາມ​ນັດ.

ໃນ​ການ​ແຂ່ງຂັນ​ສາຍ​Gທີ່​ຈັດ​ຂຶ້ນ​ຢູ່​ເລບ​ຊິກ,​ທິມສ.​ເກົາ​ຫຼີ​ໄດ້​ສະ​ເໝີ​ກັນ​ກັບ​ທິມ​ຝຣັ່ງ​ທີ່​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງ​ຂັນ​ຊີງ​ຂັນ​ໂລກ​ປີ​1998​ດ້ວຍ​ຄະ​ແນນ​1ປະຕູ ຕໍ່​1.​ໃນ​ເຄິ່ງ​ເວລາ​ທຳ​ອິດ,​ທ້າວ​ອັງຣີ​ຂອງ​ທິມ​ຝຣັ່ງ​ໄດ້​ຍິງ​ເຂົ້າ​ປະຕູ​ໜຶ່ງ,​ໃນ​ເຄິ່ງ​ເວລາ​ທີ​ສອງ,​ທ້າວ​ປັກ​ຈີ​ຊຸງ​ກອງ​ບຸກ​ໜ້າ​ຂອງ​ທິມ​ສ.ເກົາ​ຫຼີ​ໄດ້​ຍິງ​ເຂົ້າ​ປະຕູ​ໜຶ່ງ.​ດຽວ​ນີ້,​ທິມ​ສ.ເກົາ​ຫຼີ​ເອົາ​ຊະນະ​ໜຶ່ງ​ນັດ,​ສະ​ເໝີ​ໜຶ່ງນັດ,​ໄດ້4​ຄະ​ແນນ,​ເປັນ​ທີ​ໜຶ່ງ​ຊົ່ວ​ຄາວ​ໃນ​ສາຍ.

ໃນການ​ແຂ່ງ​ຂັນ​ສອງ​ນັດ​ຂອງ​ສາຍF,​ທິມ​ເບຼຊິນ​ທີ່​ເປັນ​ແຊມ​ປຽນ​ໃນ​ງານ​ແຂ່ງ​ຂັນ​ຊີງ​ຂັນ​ໂລກ​ຄັ້ງ​ກ່ອນ​ໄດ້​ເອົາ​ຊະນະ​ທິມ​ອົສ​ຕຼາລີ​ດ້ວຍ​ຄະ​ແນນ​2​ປະຕູ​ຕໍ່​ສູນ,​ແລ້ວ​ຜ່ານ​ເຂົ້າ​ຮອບ​16​ທິມ​ເກັ່ງ​ຢ່າງ​ສະ​ດວກ.

ທິມຍີ່​ປຸ່ນ​ກັບ​ທິມ​ໂກຼອາ​ຊີ​ສະ​ເໝີ​ກັນ​ດ້ວຍ​ຄະ​ແນນ​ສູນ​ຕໍ່​ສູນ.