
ຕາມຂ່າວສານຊິນຮວາ:ວັນທີ20ມິຖຸນາ, ທ່ານໂຄອີຈູມີ ຈູນີຊີໂລນາຍົກລັດຖະມົນຕີຍີ່ປຸ່ນໄດ້ຈັດງານຊຸມນຸມນັກຂ່າວປະກາດຢ່າງເປັນທາງການວ່າ,ຍີ່ປຸ່ນຈະຖອນທະຫານອອກຈາກອີຣັກ.

ທ່ານໂຄອີຈູມີ ຈູນີຊີໂລເວົ້າວ່າ,ຫຼັງຈາກກອງປ້ອງກັນຕົວເທິງບົກຖອນອອກຈາກອີຣັກແລ້ວ,ຍີ່ປຸ່ນຈະຂະຫຍາຍຂອບເຂດເຄື່ອນໄຫວຢູ່ອີຣັກຂອງກອງປ້ອງກັນຕົວເທິງອາກາດທີ່ຖືໂກເວັດເປັນທີ່ໝັ້ນ,ຫາບແບກໜ້າທີ່ຫຼາຍກວ່າເກົ່າທີ່ຂົນສົ່ງທະຫານອາເມລິກາປະຈຳອີຣັກ,ພະນັກງານສະຫະປະຊາຊາດແລະວັດຖຸ.

ອີງຕາມຂໍ້ຕົກລົງຖອນທະຫານທີ່ທ່ານໂຄອີຈູມີ ຈູນີຊີໂລປະກາດ,ຕອນບ່າຍວັນທີ20,ທ່ານນູຄາກາ ຟູຄູຊີໂຣ ຫົວໜ້າກົມປ້ອງກັນປະເທດຍີ່ປຸ່ນໄດ້ ຄຳສັ່ງຖອນທະຫານຕໍ່ກອງປ້ອງກັນຕົວທີ່ປະຈຳຢູ່ອີຣັກ,ນາຍແລະພົນທະຫານກອງປ້ອງກັນຕົວເທິງບົກຂອງຍີ່ປຸ່ນປະມານ600ກວ່າຄົນທີ່ປະຈຳຢູ່ພາກໃຕ້ອີຣັກໃນປັດຈຸບັນນັ້ນຈະທະຍອຍກັນຖອນອອກຈາກອີຣັກເດີນທາງຄືນຍີ່ປຸ່ນ.
|