ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 17:41:39    
ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອີ​ຣັກ​ກ່າວ​ວ່າ​ອີ​ຣັກ​ຕ້ອງ​ຍ່າງ​ອອກ​ຈາກ​ເງົາ​ຂອງ​ອາ​ເມ​ລິ​ກາ

cri

ຕາມ​ຂ່າວສານ​ຊິນ​ຮວາ:​​ໃນ​ໜັງສື​ພິມວໍ​ຊີງຕັນ​ໂພສ໌ສະບັບ​ວັນ​ທີ20​ມິຖຸນາ,ທ່ານ​ອານ ຣູບາຍ ທີ່​ປຶກສາ​ຄວາມ​ປອດ​ໄພ​​ແຫ່ງ​ຊາດ​ອີຣັກ​ໄດ້ພິມບົດ​ຄວາມ​ຊີ້​ອອກ​ວ່າ,ອີຣັກ​ຕ້ອງ​ຍ່າ​ງອອກ​ຈາກເງົາ​ຂອງ​ອາ​ເມ​ລິ​ກາ​ແລະ​ປະ​ເທດພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ,​ເປັນ​ເຈົ້າ​ຕົນ​ເອງ,​ແກ້​ໄຂ​ບັນຫາ​ປະ​ເທດ​ຕົນ​ເອງດ້ວຍ​ແບບວິທີ​ຂອງ​ຕົນ.

ທ່ານ​ອານ ຣູບາຍ​ເວົ້າ​ວ່າ,ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຕ່າງປະ​ເທດ​ທີ່​ມີອິດ​ທິພົນ​ຈຳນວນ​ໜຶ່ງ​ຢາກ​ຊັກ​ໃຫຍ້​ນະ​ໂຍບາຍ​ຂອງ​ລັດຖະ​ບານ​ຊຸດ​ໃໝ່ອີ​ຣັກດ້ວຍ​ວິທີ​ແບບຍັດ​ອາຫານ​ໃຫ້​ເປັດ​ກິນ,​ເຖິງ​ວ່າ​ນີ້​ອາດ​ຈະ​ແມ່ນດ້ວຍ​ຄວາມ​ປາຖະໜາ​ດີ,​ແຕ່​ຖ້າ​ເຮັດ​ແນວ​ນີ້,​ເບິ່ງ​ຈາກ​ໄລຍະ​ຍາວ​ໄກ​​ແລ້ວ​ມີ​ແຕ່ຈະບັ່ນ​ທອນ​ລັດຖະບານ​ອີຣັກ​ເທົ່າ​ນັ້ນ,​ເຮັດ​ໃຫ້​ອີຣັກອາ​ໄສ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ.

ທ່ານຣູບາຍ​ກ່າວ​ວ່າ,ຫວັງ​ວ່າ​ທະຫານ​ອາ​ເມ​ລິ​ກາປະຈຳ​ອີຣັກຄົງ​ຈະ​ຫຼຸດ​ຈາກ1​ແສນ3​ໝື່ນ​ກວ່າ​ຄົນ​​ໃນ​ປັດຈຸ​ບັນລົງ​ເຫືຼອບໍ່​ຮອດ1​ແສນ​ຄົນພາຍ​ໃນ​ປີ​ນີ້,​ແລະ​ຫວັງ​ວ່າ​ຮອດ​ທ້າຍ​ປີໜ້າ,ອາ​ເມ​ລິ​ກາ​ຈະ​ຖອນ​ທະຫານ​ສ່ວນ​ຫຼາຍ​ອອກ​ຈາກ​ອີຣັກ.