ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 10:29:36    
ປະ​ທາ​ນາ​ທິ​ບໍ​ດີ​ອິ​ຣັກ​ເຫັນ​ດີ​ນຳ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄວາມ​ປອງ​ດອງ​ຊາດ

cri
ຕາມ​ຂ່າວCRI,​ວັນ​ທີ21​ມິຖຸ​ນາ,​ຢູ່​ແບກ​ແດດ​ຫຼັງ​ຈາກ​ກອງ​ປະຊຸມ​ສາມ​ຝ່າຍ​ຄື​ສຳນັກ​ງານ​ປະ​ທາ​ນາ​ທິບໍ​ດີ ຄະ​ນະ​ລັດຖະ​ບານ​ແລະ​ສະພາ​ແຫ່ງ​ຊາດ​ສິ້ນ​ສຸດ​ລົງ​ແລ້ວ,​ທ່ານ​ທາລາ​ບາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີຣັກ​ໄດ້ປະ​ກາດ​ຕໍ່​ສື່ມວນ​ຊົນ​ວ່າ,​ທ່ານ​ເຫັນ​ດີ​ນຳ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄວາມ​ປອງ​ດອງ​ຊາດ​ທີ່​ທ່ານ​ມາລີ​ຄີ ນາຍົກ​ລັດຖະ​ມົນຕີ​ອີ​ຣັກ ສະ​ເໜີ​ອອກ​ມາ.

ທ່ານ​ທາລາ​ບາ​ນີ​ເວົ້າ​ວ່າ,​ຂໍ້​ລິ​ເລີ່ມ​ດັ່ງກ່າວ​ແມ່ນ​ແບບ​ເປີດ​ປະຕູ,​ແນ​ໃສ່​ຊາວ​ອີຣັກ​ທັງ​ປວງ,​ກໍ​ລວມ​ທັງ​ອົງການ​ປະກອບ​ອາວຸດ​ຕ້ານ​ລັດຖະ​ບານ​ທີ່​ບໍ່​ໄດ້​ກໍ່​ໂທດ​ກຳ​ຕໍ່​ປະຊາ​ຊົນ,​ການ​ບັນ​ລຸ​ຄວາມ​ປອງ​ດອງ​ຊາດ​ຍ່ອມ​ຈະ​ເສີມ​ຂະ​ຫຍາຍ​ບົດບາດ ທີ່​ຕັ້ງ​ໜ້າ​ຊຸກຍູ້​ຂະ​ບວນ​ວິ​ວັດ​ທາງ​ການ​ເມືອງ​ຂອງ​ອີຣັກ​ຢ່າງ​ບັງ​ເກີດ​ຜົນ​ແນ່ນ​ອນ.

ຕາມ​ໄດ້​ຊາບ,​ວັນ​ທີ​25​ມິຖຸ​ນາ,​ທ່ານ​ມາລີ​ຄີ​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ພາ​ແຫ່ງ​ຊາດ​ອີ​ຣັກ,​ປະ​ກາດ​ເນື້ອ​ໃນ​ລະອຽດ​ຂອງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄວາມ​ປອງ​ດອງ​ຊາດ.