ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 15:48:04    
ຜູ້​ຊ່ຽວ​ຊານ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ເຫັນ​ວ່າ, ​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ດິນ​ແດນ​ປາ​ເລັສ​ຕິນ​ທີ່​ຖືກ​ຍຶດ​ຄອງ​ຊຸດ​ຮ້າຍ​ລົງ

cri Author: min
ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ 21 ມິຖຸນາ, ຢູ່​​ເຊີ​ແນວ, ທ່ານ​ໂຈນ ດິກາ ຜູ້​ຊ່ຽວຊານ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ສິດທິ​ມະນຸດ​ຢູ່​ດິນ​ແດນ​ປາ​ເລັສ​ຕິນ​ທິ່​ຖືກ​ຍຶດຄອງ​ເວົ້າ​ວ່າ, ​ແຕ່​ອົງການ​ຮາ​ມັສຈັດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່​​ໃນ​​ເດືອນ​ມີນາ​ປີ​ນີ້​ເປັນ​ຕົ້ນ​ມາ, ຍ້ອນ​ອິສຣາ​ແອນ​​ໄດ້​ເພີ່ມ​ທະວີ​ການ​ປິດ​ລ້ອມ, ​ແລະ​ອາ​ເມ​ລິ​ກາ​ເອີ​ລົບ​ເຊົາ​ໃຫ້​ການ​ຊ່ອຍ​ເຫຼືອ, ສະພາບ​ສິດທິ​ມະນຸດ​ຢູ່​ດິນ​ແດນ​ປາ​ເລັສ​ຕິນ​ທີ່​ຖືກ​ຍຶດຄອງ​ໄດ້​ຊຸດ​ຮ້າຍ​ລົງ​ຢ່າງ​ຮ້າຍ​ແຮງ, ສາມັນ​ຊົນຜູ້​ບໍ່​ມີ​ໂທດ​ຫຍັງ​ຖືກ​ຜົນ​ຮ້າ​ຍຢ່າງ​ໜັກໜ່ວງ.

ທ່ານ​ດີກາ​ເຫັນ​ວ່າ, ການ​ແຍກ​ອອກ​ຈາກກັນ​ບໍ່​ສາມາດຈະ​ປ່ຽນ​ແປງ​ຫຼັກໝັ້ນ​ຂອງ​ອົງ​ການ​ຮາ​ມັສ​ທີ່​ປະຕິ​ເສດ​ຮັບ​ຮອງ​ອິສ​ຣາ​ແອນ​ແລະ​ປະຕິ​ເສດ​ປະລະ​ກຳລັງ​ຮຸນ​ແຮງ​. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ພະຍາຍາມ​ຊ່ອຍ​ເຫຼືອປາ​ເລັສຕິນ​ກັບ​ອິສຣາ​ແອນ​ຈັດ​ການ​ເຈລະຈາ​ລະຫວ່າງ​ລັດ​ຖະບານ​ສອງ​ຝ່າຍ​ຄືນ​ໃໝ່.