ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 11:36:45    
ທິມ​ອີ​ຕາ​ລີ ກາ​ນາ​ແລະ​ອົສຕຼາລີ​ເຂົ້າ​ຮອບ​16​ທິມ​ເກັ່ງ

cri
ຕາມ​ຂ່າວCRI,​ວັນ​ທີ22​ມິຖຸນາ​ເວລາ​ທ້ອງ​ຖິ່ນ,​ການ​ແຂ່ງ​ຂັນ​ຮອບ​ສຸດ​ທ້າຍ​ຂອງ​ສາຍ​E​ແລະ​ສາຍF​ຂອງ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ເຢຍລະ​ມັນ​ໄດ້​ສິ້ນ​ສຸດ​ລົງ.​ທິມອີ​ຕາ​ລີ ທິມ​ກາ​ນາ​ແລະ​ທິມ​ອົສຕຼາ​ລີ​ໄດ້​ເຂົ້າ​ຮອບ​16​ທິມ​ເກັ່ງ.

ໃນ​ການ​ແຂ່ງຂັນ​ລະ​ຫວ່າງ​ທິມອີ​ຕາ​ລີ​ກັບ​ທິມ​ເຊັກ​ຂອງ​ສາຍE,​ທ້າວ​ມາ​ເທີ​ຣາຊີ​ແລະ​ທ້າວ​ອິນ​ຈາ​ກີ​ຂອງ​ທິມ​ອີ​ຕາ​ລີ​ຕ່າງ​ໄດ້​ຍິງ​ເຂົ້າ​ປະຕູ​ໜຶ່ງ,​ສະ​ນັ້ນທິມ​ອີ​ຕາ​ລີ​ຈຶ່ງ​ໄດ້​ເອົາ​ຊະ​ນະ​ທິມ​ເຊັກ​ດ້ວຍ​ຄະ​ແນນ​2​ປະຕູ​ຕໍ່1,​ແລະ​ເຂົ້າ​ຮອບ​ໃນ​ຖານ​ເປັນ​ທີ​ໜຶ່ງ​ຂອງ​ສາຍ,​ທິມ​ເຊັກ​ໄດ້​ຕົກ​ຮອບ.​ໃນ​ການ​ແຂ່ງ​ຂັນ​ອີກ​ນັດ​ໜຶ່ງ​ຂອງ​ສາຍE,​ທິມກາ​ນາ​ທີ່​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ເປັນ​ເທື່ອ​ທຳ​ອິດ​ໄດ້​ເອົາ​ຊະ​ນະ​ທິມອາ​ເມ​ລິ​ກາ​ດ້ວຍ​ຄະ​ແນນ​2​ປະ​ຕູ​ຕໍ່​ໜຶ່ງ,​ຈຶ່ງ​ກາຍ​ເປັນ​ທິມອາ​ຟຼິກາ​ທິມທຳ​ອິດທີ່​ເຂົ້າ​ຮອບ 16ທິມ​ເກັ່ງ​ໃນ​ງານ ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ຄັ້ງນີ້.
 
ກ່ອນ​ໜ້າ​ນີ້,​ທິມ​ເບຼຊິນ​ຂອງ​ສາຍF​ໄດ້​ເຂົ້າ​ຮອບ​ກ່ອນໝູ່​ຍ້ອນ​ໄດ້​ຊະ​ນະ​ສອງ​ນັດ,​ໃນ​ການ​ແຂ່ງ​ຂັນ​ກັບ​ທິມຍີ່ປຸ່ນ​ໃນ​ວັນ​ທີ22​ມິຖຸ​ນາ,​ທິມ​ເບຼຊິນ​ໄດ້​ເອົາ​ຊະ​ນະ​ທິມຍີ່​ປຸ່ນ​ດ້ວຍ​ຄະ​ແນນ​4​ປະຕູ​ຕໍ່1,​ທິມ​ຍີ່​ປຸ່ນ​ຈຶ່ງ​ໄດ້ຕົກ​ຮອບ.​ໃນ​ການ​ແຂ່ງ​ຂັນ​ນັດ​ສຳ​ຄັນ​ທີ່​ຈະ​ຕັດສິນ​ວ່າ ທິມ​ໃດ​ໃນ​ສາຍF​ຈະ​ເຂົ້າ​ຮອບ​ນັ້ນ,​ທິມອົສ​ຕຼາ​ລີ​ໄດ້​ສະ​ເໝີ​ກັນ​ກັບ​ທິມ​ໂກຼອາ​ຊີ​ດ້ວຍ​ຄະ​ແນນ​2​ປະ​ຕູ​ຕໍ່2​ແລ້ວ,​ຈຶ່ງ​ໄດ້​ເຂົ້າ​ຮອບ​16ທິມ​ເກັ່ງ​ຂອງ​ງານ​ແຂ່ງ​ຂັນ​ຊີງ​ຂັນ​ໂລກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ.
 
ວັນ​ທີ23​ມິ​ຖຸນາ​ເວລາ​ທ້ອງ​ຖິ່ນ,​ງານ​ແຂ່ງຂັນ​ຊີງ​ຂັນ​ໂລກ​ຄັ້ງ​ນີ້​ຈະ​ຈັດການ​ແຂ່ງ​ຂັນ​ຂອງ​ສອງ​ສາຍ​ສຸດ​ທ້າຍ,​ຮອດ​ເວລາ​ນັ້ນ​ການ​ແຂ່ງຂັນ​ໃນ​ສາຍ​ຈະ​ສິ້ນ​ສຸດ​ລົງ​ໝົດ.