ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 16:54:22    
ກອງ​ທະ​ຫານ​ປະ​ສົມ​ປະ​ຈຳ​ອີຣັກ​ເລີ່ມ​ຖອນ​ອອກ​ຈາກ​ແຂວງ​ມູ​ທັນ​ນາ ພາກ​ໃຕ້​ອີ​ຣັກ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 22 ມິຖຸນາ, ທ່ານ​ໂມ​ຮາ​​ເມັດ ອານ ຮາ​ຊາ​ນີ ​ເຈົ້າ​ແຂວງ​ແຂວງ​ມູທັນນາ​ ພາກ​ໃຕ້​ອີຣັກປ​ະກາດ​ວ່າ, ​ແຕ່​ວັນ​ທີ 22 ມິຖຸນາ​ເປັນ​ຕົ້ນ​ໄປ, ກອງ​ທະ​ຫານ​ປະສົມ​ປະຈຳ​ອີຣັກ​ຈະ​ຖອນ​ອອກ​ຈາກ​ແຂວງ​ດັ່ງກ່າວ, ​ແລະ​ຈະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ໃຫ້​ຝ່າຍ​ອີຣັກ​ເທື່ອ​ລະ​ກ້າວ​, ຈະສຳ​ເລັດ​ແຜນການ​ຖອນ​ອອກ​ແລະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຕ້ອງການ​ເວລາ 1 ​ເດືອນ​ຂຶ້ນ​ໄປ​.

ອາທິດ​ນີ້, ທ່ານ​ເດ​ສ ບຼານ ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ​ເຄີຍ​ກ່າວວ່າ, ຫຼັງຈາກ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໄດ້​ຮັບ​ເອົາ​ສິດ​ຄວບ​ຄຸມ​ແລ້ວ​, ທະ​ຫານ​ອັງກິດ​ປະຈຳ​ອີຣັກ​ຍັງ​ຈະ​ຕິດຕາມ​ຄວບ​ຄຸມ​ສະຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ແຫ່ງ​ດັ່ງ​ກ່າວ.

​ແຂວງ​ມູທັນ​ນາ​ແມ່ນ​ແຂວງ​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ໃຕ້​ອີຣັກ. ກ່ອນ​ໜ້າ​ນີ້, ​ແຂວງ​ດັ່ງກ່າວ​ໄດ້​ຖືກ​ທະ​ຫານ​ອັງກິດ, ​ໂອສ​ຕຼາລີ​ແລະ​ຍີ່​ປຸ່ນ​ຄວບ​ຄຸມ.