ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 17:38:38    
ກອງ​ປະຊຸມ​ລັດຖະມົນຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄຂ​ຂຶ້ນ​ຢູ່​ມຽນ​ມາ

cri Author: mo
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 22 ມິຖຸນາ, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຈີນ​ອາ​ຊຽນຄັ້ງປະ​ຖົມມະ​ເລີກ​​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຢາງ​ກຸງແຫ່ງ​ມຽນມາ, ກອງ​ປະຊຸມ​ໄດ້​​ໂຮມ​ສູນຫາລື​ບັນຫາ​ຕ່າງໆ​ເຊັ່ນການ​ປ້ອງ​ກັນ​ແລະ​ຄວບ​ຄຸມໂຣກ​ເອດ ​ໄຂ້ຫວັດ​ນົກ​ແລະ​ພະຍາດ​ຕິດ​ແປ​ດ​ທີ່​ເກີດ​ຂຶ້ນ​ໃໝ່​ເປັນຕົ້ນ.

ໃນ​ກອງ​ປະຊຸມ, ທ່ານ​ວາງ​ລົງ​ເຕີ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ, ປະຊາ​ຄົມ​ໂລກ​ພ້ອມ​ກັນ​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ​ແລະ​ມີ​ເນື້ອ​ໃນ​ທາດແທ້​ກວ່າ​ເກົ່ານັ້ນ, ຈະ​ສາມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມບໍ່​ໃຫ້​ພະຍາດ​ຕິດ​ແປ​ດ​ທີ່​ເກີດ​ຂຶ້ນ​ໃໝ່​ລະບາດ​ຢ່າງ​ບັງ​ເກີດ​ຜົນ. ທ່ານ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 3 ຂໍ້​ຂອງ​ຝ່າຍ​ຈີນ.

ອີງ​ຕາມ​ບົດ​ລາຍ​ງານ​ສະຫຼຸບ​ຂອງ​ກອງ​ປະຊຸມ, ຈີນ​ເຫັນ​ດີ​ຜ່ານ​ຮັບຮອງ​ມູນ​ນິທິ​ຮ່ວມ​ມື​ສາທາລະນະ​ສຸກ​ຈີນ​ອາ​ຊຽນ, ຕັ້ງໜ້າ​​ເພິ່ມທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂື້ນ​ຫຼັງກອງ​ປະຊຸມ, ທ່ານວິນ​ຟິຼ​ໂດ ວິນ​ລາ​ໂກ​ຕາ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ຕີ​ລາຄາ​ກອງ​ປະຊຸມຄັ້ງນີ້​​ໃນ​ລະດັບ​ສູງ, ​ແລະ​ຍ້ອງຍໍ​ຈີນ​ທີ່ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ອາ​ຊຽນ​ໃນຫຼາຍ​ໂຄງການ​ຮ່ວມ​ມື​ດ້ານສາທາະລະນະ​ສຸກ​ໃນຫຼາຍປີ​ມາ​ນີ້.