ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 19:05:29    
ທ່ານ​ເວີນ​ເຈຍ​ປາວ​​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຕານ​ຊາ​ນີ​ຈັດ​ການ​ເຈ​ລະ​ຈາ

cri

ຕາມ​ຂ່າວcri:ວັນ​ທີ22​ມິຖຸນາ,ຢູ່​ດາ​ເລັດສຊາ​ລາມ,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ທີ່​ໄປ​ຢ້ຽມຢາມ​ຕານ​ຊາ​ນີ​ແລະ​ທ່ານ​ຄິກວີ​ຕີ ປະທາ​ນາ​ທິບໍດີ​ຕານ​ຊາ​ນີ​ໄດ້​ຈັດການ​ເຈລະຈາ,ສອງ​ຝ່າຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ລະດັບ​ສູງ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ໃນ​​ເວລາ​ເຈລະຈາ​,ທ່ານ​ເວີນ​ເຈຍ​ປາວ​ເວົ້າ​ວ່າ,ຝ່າຍ​ຈີນ​ຈະ​ປັບປຸງ​ແລະ​ຂະ​ຫຍາ​ຍການ​ຮ່ວມມື​ຢ່າ​ງມີໄມ​ຕິ​ຈິດ​ລະຫວ່າງຈີນ​ຕານ​ຊາ​ນີ​ໃນ​ດ້ານ​​ຂະ​ຫຍາ​ຍການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເປັນ​ຕົ້ນ,​ແລະ​ຈະ​ສື​ບຕໍ່​ສະ​ໜອງ​ການ​ຊ່ອຍ​ເຫືຼອ​ເທົ່າ​ທີ່​ສາມາດ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ຕານ​ຊາ​ນີ.ຝ່າຍ​ຈີນ​ຍັງກຽມ​ຊ່ອຍ​ສ້າງ​ສູນ​ແບບຢ່າງ​ກະສິກຳ​ແລະ​ສູນ​ແບບຢ່າງ​ຕ້ານ​ໄຂ້ຍຸງຢູ່​ຕານ​ຊາ​ນີ.

ທ່ານ​ຄິກວີ​ຕີ​ເວົ້າ​ວ່າ,ຝ່າຍ​ຕານ​ຊາ​ນີຊົມ​ເຊີຍ​ວິ​ສາ​ຫະກິດ​ຈີນ​ລົງ​ທຶນ​ຢູ່​ຕານ​ຊາ​ນີ​ແລະ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ແລະ​ພະລັງ​ໄຟຟ້າ​ເປັນຕົ້ນ​ຂອງ​ຕານ​ຊາ​ນີ.

ຫຼັງ​ຈາກ​ການ​ເຈລະຈາ​,ທ່ານ​ເວີນ​ເຈຍ​ປາວ​ແລະ​ທ່ານ​ຄິກວີ​ຕີ​ຍັງ​​​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​​ໃນເອກະສານ​ຮ່ວມ​ມື​ສອງ​ຕໍ່​ສອງ,​ເຊັ່ນ,ອະນຸສັນຍາການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເຕັກ​ນິກຂອງ​ລັດຖະບານ​ສອງ​ປະ​ເທດ​ແລະ​ອື່ນໆ.