ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-24 20:33:35    
ສະ​ພາ​ສູງ​ອາ​ເມ​ລິ​ກາ​ຜ່ານ​ຍັດ​ຕິ​ກົດ​ໝາຍ​ທີ່​ລົງ​ໂທດ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ທີ່​ນຳ​ໂດຍ​ອົງ​ການ​ຮາ​ມາສ

cri

ຕາມ​ຂ່າວcri:ວັນ​ທີ23 ມິ​ຖຸນາ,ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ຍັດຕິ​ກົດໝາຍລາຍ​ໜຶ່ງ​ທີ່​ລົງ​ໂທດ​ລັດຖະບານ​ປາ​ເລັສຕິນທີ່​ນຳ​ໂດຍອົງການ​ຮາ​ມາສນັ້ນດ້ວຍແບ​ບວິທີ​ລົງຄະ​ແນນ​ສຽງ​ທາງ​ປາກ.

ຍັດຕິ​ກົດໝາຍລາຍນີ້​ຫ້າມບໍ່​​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ຕິດ​ຕໍ່​ພົວພັນ​ກັບບອົງການ​ຮາ​ມາສ​ແລະ​​ໃຫ້​ຊ່ອຍ​ເຫຼືອ​​ແກ່ອົງການ​ຮາ​ມາສ,​ແລະຮຽກຮ້ອງ​​ໃຫ້​ອົງການ​ຮາ​ມາສຮັບຮອງ​ອິສຣາ​ແອນ​ແລະສັນຍາ​ສັນຕິພາບ​ທຸກລາຍທີ່​ປາ​​ເລັສຕິນກັບ​ອິສຣາ​ແອນ​ເຊັນ​ກັນໃນ​ອະດີດ.​ແຕ່​ຍັດຕິ​ກົດໝາຍອະນຸຍາດ​​ໃຫ້ລັດຖະບານ​ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ລັດ​ທິມະນຸດສະທຳ​​ເຊັ່ນເຄື່ອງກິນ,ນ້ຳ​ແລະ​ຢາປົວ​ພະຍາດ​ເປັນ​ຕົ້ນ​ໃຫ້ຊາວປາ​ເລັສຕິນ.

ມື້​ດຽວ​ກັນ,ຫຼາຍອົງ​ການ​ປະກອບ​ອາວຸດສຳຄັນ​ຂອງ​ປາ​ເລັສຕິນ​ເຊັ່ນ​ອົງການ​ຈີນ​ຮາດຝ່າຍ​ປະກອບ​ອາວຸດຂອງ​ອົງການ​ຮາ​ມາສແລະ​​ແນວ​ໂຮມປະ​ຊາ​ຊົນ​ປາ​ເລັສຕິນ​ເປັນ​ຕົ້ນ​ໄດ້​ຮ່ວມ​ກັນ​ປະກາດ​ຢູ່​ລາມາ​ລາ​ວ່າ,​ເພື່ອ​ແກ້​ແຄ້ນການ​ກະທຳ​ຂອງອິສຣ​າ​ແອນ​ທີ່​ຍິງ​ສາມັນ​ຊົນ​ປາ​ເລັສຕິນຕາຍ,​ແຕ່​ມື້​ນັ້ນ​ໄປ,ສັນຍາ​ຢຸດ​ຍິງ​ລະຫວ່າງ​ພວກ​ເຂົາ​ເຈົ້າ​ກັບ​ອິສຣາ​ແອນ​ບໍ່​ຄົງ​ຕົວ​ຢູ່ອີກ.ທະ​ແນມ​ແຕ່​ອິສຣາ​ແອນ​ບໍ່​ຢຸດຕິ"ການ​ເຂັ່ນຂ້າ",ພວກ​​ເຂົາ​ເຈົ້າ​ກໍຈະ​ກໍ່​ການຫ​ຫຼອນໂຈມ​ຕີ​ຢ່າງ​ບໍ່​ຢຸດ​ຢັ້ງ.