ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 11:03:02    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ສະ​ເໜີ​ແຜນ​ການ​ທົ່ວ​ປະ​ເທດ​ປອງ​ດອງ​ກັນ​ໃຫ້​​ແກ່​ສະ​ພາ

cri

ຕາມ​ຂ່າວcri:ວັນ​ທີ25 ມິຖຸນາ,ທ່ານ​ມາລີ​ຄີ ນາຍົກລັດຖະມົນຕີອີຣັກ​ໄດ້​ສະ​ເໜີ​ແຜນການທົ່ວ​ປະ​ເທດ​ປອງ​ດອງ​ກັນ​ໃຫ້​ສະພາ.​ໃນ​ແຜນການ​ປອງ​ດອງ​ກັນ,ທ່ານ​ສົ່ງ​ຂ່າວ"ນີລະ​ໂທດ"​ຕໍ່​ກອງກຳລັງ​ຕໍ່ຕ້ານ​ສ່ວນ​ໜຶ່ງ,ພະຍາຍາມ​ອາ​ໄສ​ນີ້​ລະ​ງົບ​ການ​ເຄື່ອນ​ໄຫວ​ດ້ວຍກຳລັງ​ຮຸນ​ແຮງຢູ່​ພາຍ​ໃນ​ປະ​ເທດອີຣັກ.

ແຜນການ​ຂອງ​ທ່ານມາລີ​ຄີ​ລວມທັງ​ນີລະ​ໂທດ​ຜູ້​ທີ່​ຖືກ​ກັກ​ຂັງ​ແຕ່​ບໍ່​ໄດ້ຕ້ອງ​ໂທດ​ສົງຄາມ​,ຕ້ານ​ມະນຸດ​ເປັນ​ຕົ້ນ,​ໃນັນ້ນລວມທັງ​ກອງກຳລັງ​ຕໍ່ຕ້ານ​ຂອງ​ນິກາຍ​ຊຸນ​ນິດ.​ແຕ່​ທ່ານ​ກ່າວ​ເນັ້ນ​ວ່າ,ການ​ນີລະ​ໂທດ​ພຽງ​ແຕ່​​ເໝາະ​ໃຊ້ຜູ້​ທີ່​ເຫັນ​ດີ​ຂະ​ບວນວິວັດການການ​ເມືອງ​ແລະ​ລັດຖະທຳ​ມະນູນ​ຖາວອນ​ແລະ​ລັດຖະບານ​ທີ່​ປະຊາຊົນ​ເລືອກ​ຕັ້ງ​.​ແຜນການ​ທົ່ວ​ປະ​ເທດປອງ​ດອງ​ກັນ​ບໍ່​ໝາຍ​ຄວາມ​ວ່າ​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່ພວກ​ຕ້ອງ​ໂທດ.

ຕອນ​ສວຍ​ມື້ດຽວ​ກັນ,ທຳນຽບຂາວ​ອາ​ເມ​ລິ​ກາ​ອອກ​ຖ​ະ​ແຫຼ​ງການ​ວ່າ,​ຊົມ​ເຊີຍ​​ແລະ​ສະ​ໜັບສະ​ໜູນ​ແຜນການ​ທົ່ວ​ປະ​ເທດປອງ​ດອງ​ກັນ​ທີ່​ທ່ານ​ມາລີ​ຄີ​ສະ​ເໜີອອກ,​ແລະ​ກ່າວ​ວ່າ,ຖ້າ​ລັດຖະບານ​ອີຣັກຮ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຂອງ​ອາ​ເມ​ລິ​ກາ​ແລ້ວ,ອາ​ເມ​ລິ​ກາ​ຈະ​ສະໜອງການ​ຊ່ອຍ​ເຫຼືອ​ໃຫ້​ຂະ​ບວນວິວັດ​ນີ້​ໃນ​ທຸກ​ເວລາ.ຂະນະ​ດຽວ​ກັນ​ນີ້,ຖ​ະ​ແຫຼ​ງການ​ຮັບຮອງ​ວ່າ,ອີຣັກບັນ​ລຸ​ການ​ປອງ​ດອງ​ກັນ​​ໃນທົ່ວ​ປະ​ເທດ​ຍັງ​ຕ້ອງການ​ເວລາຢູ່.