ຕາມຂ່າວcri:ວັນທີ28 ຝ່າຍທະຫານອິສຣາແອນຢືນຢັນວ່າ,ຕອນຮຸ່ງເຊົ້າມື້ດຽວກັນ,ກອງທະຫານອິສຣາແອນເລີ່ມເຂົ້າສູ່ພາກໃຕ້ເຂດກາຊາ.
ຕາມໄດ້ຊາບ,ປະມານສູນໂມງປາຍຂອງມື້ດຽວກັນ,ຍົນທະຫານອິສຣາແອນໄດ້ຍິງລູກສອນໄຟທຳລາຍຂົວ2ແຫ່ງຢູ່ພາກກາງເຂດກາຊາ,ປັດຈຸບັນ,ລົດຕັງແລະລົດຫຸ້ມເກາະຂອງກອງທະຫານອິສຣາແອນພວກເຂົ້າສູ່ເຂດກາຊາ.
ວັນທີ25 ມິຖຸນາ,ອົງການປະກອບອາວຸດປາເລັສຕິນໄດ້ຫຼອນໂຈມຕີປົດຍາມແຫ່ງໜຶ່ງຂອງກອງທະຫານອິສຣາແອນຢູ່ພາກໃຕ້ເຂດກາຊາ,ແລະລັກພາຕົວທະຫານອິສຣາແອນ,ສະຖານະການປາເລັສຕິນອິສຣາແອນກໍໄດ້ເຄັ່ງຕຶງຂຶ້ນໃນທັນທີ.ປະຊາຄົມໂລກພາກັນທວງໃຫ້ສອງຝ່າຍທີ່ປະທະກັນຈົ່ງອົດກັ້ນໄວ້,ແກ້ໄຂບັນຫາຕາເວັນອອກກາງດ້ວຍແບບວິທີສົນທະນາແລະເຈລະຈາການເມືອງ
|