ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-28 20:12:15    
ກອງ​ທະຫານ​ອິສຣາ​ແອນ​ເຂົ້າ​ສູ່​ແຖບ​ກາ​ຊາ, ​ກອງ​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ​ຂົ່ມ​ຂູ່​ວ່າ​ຈະ​ຂ້າ​ຕົວ​ປະ​ກັນ

cri Author: mo
ຕາມ​ຂ່າວCRI:ຕອນ​ຮຸ່ງ​ເຊົ້າວັນ​ທີ 28 ມິຖຸນາ, ກອງ​ປ້ອງ​ກັນຊາດອິສຣາ​ແອນ​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຕໍ່​ແຖບ​ກາຊາ, ​ເພື່ອ​ກອບ​ກູ້​ທະຫານ​ອິສຣາ​ແອນ​ຜູ້ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ​ໃນ​ວັນ​ທີ 25 ມິຖຸນາ. ມື້​ດຽວ​ກັນ, "ຄະນະ​ກຳມະການ​ມະຫາຊົນ​ຕໍ່ຕ້ານ" ​ເຊິ່ງ​ເປັນອົງການ​ປະກອບ​ອາວຸດຂອງ​ປາ​ເລັສຕີນຂົ່ມ​ຂູ່​ວ່າ, ຖ້າ​ອິສຣາ​ແອນ​ບໍ່​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຖບ​ກາຊາ​ແລ້ວ, ອົງການ​ດັ່ງກ່າວ​ຈະ​ຂ້າ​ຊາວ​ຢິວຜູ້ຕັ້ງຖິ່ນ​ຖານ​ຜູ້​ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ.

ກອງ​ພົນ​ນ້ອຍອານ ຄັດ​ຊາມ ຝ່າຍ​ການທະຫານ​ທີ່​ຂຶ້ນ​ກັບ​ອົງການ​ຮາ​ມັສ ຂະ​ບວນການ​ອິສລາມ​ຕໍ່ຕ້ານ​ຂອງ​ປາ​ເລັສຕີນ​ກໍ​ອອກ​ຖະ​ແຫຼງການຕໍ່ສື່​ມວນ​ຊົນ​ຢູ່​ແຖບກາ​ຊາ​ວ່າ, ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສຣາ​ແອນ​ຈະ​ອັນຕະລາຍ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ທະຫານ​ທີ່​ຖືກ​ລັກ​ພາ​ຕົວ, ຝ່າຍ​ອິສຣາ​ແອນ​ຕ້ອງ​ຫາບ​​ແບກ​ຜົນ​ຮ້າຍຢ້ອນຫຼັງ​ທັງ​ໝົດຍ້ອນເລື່ອງ​ນີ້.