ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 17:59:32    
ທ່ານ​ເສີນ​ຈິ້ນ​ຢູ້ພົບ​ປະ​ຜູ້ອຳ​ນວຍ​ການ​ໃຫຍ່​ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 28 ມິຖຸນາ, ທ່ານ​ເສີນ​ຈິ້ນ​ຢູ້ ຮອງ​ເລຂາທິການ​ໃຫຍ່​​ຄະນະ​ລັດຖະບານ​ຈີນ​ທີ່​ນຳພາ​ຄະນະ​ຜູ້​ແທນ​ໄປ​ປາຣີເຂົ້າຮ່ວມ​ກອງ​ປະຊຸມ​ປະ​ເທດ​ເຊັນ​ສົນທິ​ສັນຍາ​ປົກ​ປັກ​ຮັກສາ​ມໍລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ອົງການ​ຢູ​ເນັສ​ໂກໄດ້​ພົບ​ປະ​ທ່ານ​ມາ​ຈູ​ລາ ​ໂຄ​ອິຊີ​ໂລ ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ຢູ​ເນັສ​ໂກ, ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າຈະ​ສືບຕໍ່​ເພິ່ມທະວີ​ການ​ຮ່ວມ​ມື​ກັນ.

ໃນ​ການ​ພົບ​ປະ, ທ່ານ​ເສີນ​ເຈີ້ນ​ຢູ້​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກງານ​ຂອງ​ຢູ​ເນັສ​ໂກໃນ​ດ້ານ​ຮັກສາ​ມໍລະດົກ​ວັດທະນະທຳ. ທ່ານ​ກ່າວ​ເນັ້ນວ່າ, ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ, ​ເຄົາລົບ​ແລະ​ຮັກສາ​ຄວາມຫຼາກຫຼາຍຂອງ​ວັດທະນະທຳ​ໂລກ​ແມ່ນ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ​ແລະ​ຊຸກ​ຍູ້​ສັນຕິພາບ​ຂອງ​ໂລກ.