ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 19:00:59    
ປະ​ຊາ​ຄົມ​ໂລກ​ຮຽກ​ຮ້ອງ​​ໃຫ້​ອິສ​ຣາ​ແອນ​ປາ​ເລັສ​ຕີນ​ຮັກ​ສາ​ຄວາມ​ອົດ​ກັ້ນ

cri Author: da
ຕາມ​ຂ່າວCRI:​ເພື່ອ​ບັງຄັບ​ໃຫ້​ຜູ້​ປະ​ກອບ​ອາວຸດ​ປາ​ເລັສຕີນ​ປ່ອຍ​ຕົວ​ທະຫານ​ອິສຣາ​ແອນ​ຄົນ​ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ​ໃນ​ຫວ່າງ​ມໍ່​ໆ​ນີ້,ວັນ​ທີ 29 ມິຖຸນາ ທະຫານ​ອິສຣາ​ແອນ​ໄດ້​​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ກາຊາຕື່ມ​ອີກ.

ນອກຈາກສືບ​ຕໍ່​ຍິງ​ປືນ​ໃຫຍ່​ໃສ່​ແຖບ​ກາ​ຊາ​ແລ້ວ,ລົດຫຸ້ມ​ເກາະ​ຂອງ​ທະຫານ​ອິສຣາ​ແອນ​ເລີ່​ມ​ເຄື່ອນເຂົ້າ​ພາກ​ເໜືອ​ແຖບ​ກາຊາ.ວັນ​ທີ 29 ມິຖຸນາ ຝ່າຍ​ປາ​ເລັສຕີນ​ຢືນຢັນ​ວ່າ,ຕອນ​ຂ້ອນ​​ແຈ້ງ​ມື້​ດຽວ​ກັນ ທະຫານ​ອິສຣາ​ແອນ​ຍັງ​​ໄດ້ຈັບ​ເຈົ້າໜ້າ​ທີ່​ອົງການ​ຮາ​ມາສ 64 ຄົນ​ຢູ່​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ,​ໃນ​ນັ້ນລວມທັງ​ຮອງ​ນາຍົກລັດຖະມົນຕີຄົນໜຶ່ງ ​ລັດຖະມົນຕີ​ 7 ຄົນຂອງ​ລັດຖະບານ​ປົກ​ຄອງ​ຕົນ​ເອງ​ແລະ​ກຳມະການ​ຂອງ​ຄະນະ​ກຳມະການ​ນິຕິບັນຍັດ 20 ກວ່າ​ຄົນ​.ປະຈຸ​ບັນ ການ​ເຄື່ອນ​ໄຫວ​ຈັບຕົວ​ຍັງ​ພວມດຳ​ເນີນ​ຕໍ່​ໄປ​.

ມື້​ດຽວ​ກັນ,"ຄະນະ​ກຳມະການປະຊາຊົນ​ຕໍ່ຕ້ານ​" ອົງການ​ປະກອບ​ອາວຸດ​ປາ​ເລັສຕີນ​ປະກາດ​ວ່າ,ອົງການ​ດັ່ງກ່າວ​ໄດ້​ຂ້າ​ຊາວ​ຢີວຜູ້ຕັ້ງຖິ່ນ​ຖານ​ທີ່​ຖືກ​ຈັບ​ໃນ​ຫຼາຍ​ມື້ກ່ອນ.

ວັນ​ທີ 29 ມິຖຸນາ ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ທວງ​ໃຫ້​ອິສຣາ​ແອນ​​ຮັກສາ​ຄວາມ​ອົດກັ້ນ,ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ;ພ້ອມ​ກັນນັ້ນກໍ​ຮຽກຮ້ອງ​ໃຫ້​ຝ່າຍ​ປ​າ​ເລັສຕີນ​ປະສານ​ສົມທົບ​ກັບ​ຄວາມພະຍາ​ຍາມ​ໄກ່​ເກ່ຍຂອງ​ສາກົນ,ປ່ອຍ​ຕົວ​ປະກັນ​ໂດຍ​ໄວ.

ວັນ​ທີ 28 ມິຖຸນາ ຄະນະ​ກຳມະການ​ຮ່ວມ​ມື​ອ່າວ​​ເປີ​ເຊຍ​ຍັງ​ປະກາດ​ຖະ​ແຫຼ​ງການ,ກ່າວ​ປະນາມ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສຣາ​ແອນ,​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແລະ 4 ຝ່າຍ​ທີ່ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຈົ່ງ​ເຄື່ອນ​ໄຫວ​​ໂດຍ​ດ່ວນ,ສະກັດ​ກັ້ນການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ອິສຣາ​ແອນ.ສະຫະພາບ​ເອີ​ລົບ ​ເຢຍລະ​ມັນ ຝຣັ່ງ​ແລະ​ອາ​ເມ​ລິ​ກາ​ເປັນຕົ້ນກໍ​ພາກັນ​ຮຽກຮ້ອງ​ໃຫ້ຜູ້​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ປ່ອຍ​ຕົວທະຫານ​ອິສຣາ​ແອນ​ໂດຍ​ໄວ,​ແລະ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ​ຈົ່ງ​ຮັກສາ​ຄວາມອົດ​ກັ້ນ,ຫຼີກ​ເວັ້ນບໍ່​ໃຫ້​ສະພາວະ​ການຊຸດ​ຮ້າຍ​ລົງ​ຕື່ມ​ອີກ.