ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 14:25:44    
ທ່ານ​ອານ​ນານ​ຮຽກ​ຮ້ອງ​ປາ​ເລັສ​ຕິນ​ແລະ​ອິສ​ຣາ​ແອນ​ໃຊ້​ມາດ​ຕະ​ການ​ແກ້​ໄຂ​ວິ​ກິດ​ການ

cri

ຕາມ​ຂ່າວcri:ວັນ​ທີ29 ມິຖຸນາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ທີ່​ພວມ​ຢ້ຽມຢາມ​ອາ​ຟຼິກາຜ່ານ​ຈາກ​​ໂຄສົກອອກ​ຖະ​ແຫຼງການ,ຮຽກຮ້ອງ​ສອງ​ຝ່າຍ​ປາ​ເລັສຕິ​ນອິສຣາ​ແອນ​ໃຊ້​ມາດ​ຕະການ​,​ແກ້​ໄຂ​ວິ​ກິດ​ການ​ໃນ​ປັດຈຸບັນ.

ທ່ານ​ອານ​ນານ​ຮຽກຮ້ອງ​ຝ່າຍ​ປາ​ເລັສຕິນ​ພະຍາຍາມ​ຫຼາຍທີ່​ສຸດ​ປ່ອຍ​ຕົວ​ທະຫານ​ອິສຣາ​ແອນ​ທີ​ຖືກ​ລັກ​ພາ​ຕົວ,​ແລະ​ສິ້ນ​ສຸດ​ການໂຈມ​ຕີ​ທີ່​ແນ​ໃສ່​ອິສຣາ​ແອນ.ທ່ານ​ຮຽກຮ້ອງ​ຝ່າຍ​ອິສຣາ​ແອນ​ຮັກສາຄວາມອົດ​ກັ້ນ​ໄວ້,​ໂຄລົບກົດໝາຍ​ລັດທິ​ມະນຸດສະທຳ​ສາກົນ,ຢ່າ​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ ​ພົນລະ​ເຮືອນ​ເພື່ອ​ບໍ່ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ມວນ​ຊົນ​ປາ​ເລັສຕິນຖືກ​ກະທົບ.

ມື້​ດຽວ​ກັນ,ທ່ານ​​ໂອ​ທາຣີ ນາຍົກລັດຖະມົນຕີຊີລີກ່າວປະນາມ​ຍົນ​ທະຫານ​ອິສຣາ​ແອນ​​ເຂົ້າ​ລ່ວງ​ລ້ຳ​ນ່ານຟ້າ​ຂອງ​ຊີ​ເລຍ,ກ່າວ​ວ່າ​ຊີ​​ເລ​ຍ​ຈະ​ຕໍ່ຕ້ານ​ການ​​ເຂົ້າ​ລ່ວງ​ລ້ຳໃດໆ.ສັນນິບາດ​​ປະ​ເທດອາ​ລັບ​ກໍ່​ກ່າວປະນາມ​ອິສຣາ​ແອນ​ຖືການກອບ​ກູ້​ທະຫານ​ທີ່​ຖືກຈັບເປັນຊະເລີຍເປັນຂໍ້ອ້າງ​ແລ້ວ​ເຮັດ​ໃຫ້ການຮຸກຮານປະຊາຊົນປາ​ເລັສຕິນ​ເລື່ອນ​ຂັ້ນ.